ສົກຮຽນ 2024-2025 ນະຄອນຫລວງວຽງຈັນ ມີນັກຮຽນຊັ້ນ ມ7 ເສັງໄດ້ໃບປະກາດແດງ 79 ຄົນ

ວັນທີ 30 ກໍລະກົດ 2025 ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ (ນວ) ໄດ້ລາຍງານການສອບເສັງຈົບຊັ້ນສາຍສາມັນສຶກສາ ມ4 ແລະ ມ7 ປະຈຳສົກຮຽນ 2024-2025 ວ່າ:
- ຊັ້ນ ມ4 ມີນັກຮຽນເສັງຈົບຊັ້ນ ທັງໝົດ 12,043 ຄົນ ຍິງ 6,117 ຄົນ ຈາກ 179 ໂຮງຮຽນ, ສອບເສັງທັງໝົດ 5 ວິຊາ ຕາມທີ່ກຳນົດໄວ້ ຜົນການສອບ ເສັງສາມາດເສັງໄດ້ 11,586 ຄົນ. ໃນນີ້, ຍິງ 5,960 ຄົນ ເທົ່າກັບ 99,9% ທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ 0,3% ໃນນີ້ ມີນັກຮຽນທີ່ເສັງໄດ້ຄະແນນ 7 ຂຶ້ນໄປທຸກວິຊາ ມີ 2,634 ຄົນ ຍິງ 1,582 ຄົນ ທຽບປີຜ່ານມາຫຼຸດລົງ 3,76% ຄະແນນ 9 ທຸກວິຊາ ມີ 62 ຄົນ ຍິງ 47 ຄົນ ທຽບໃສ່ປີຜ່ານມາຫຼຸດລົງ 0,09%.
- ຊັ້ນ ມ7 ມີນັກຮຽນທັງໝົດ 9,143 ຄົນ, ຍິງ 4,749 ຄົນ ຈາກໂຮງຮຽນຈໍານວນ 118 ແຫ່ງ, ເພີ່ມຂຶ້ນ 4 ແຫ່ງ. ຜົນການສອບເສັງ ນັກເສັງໄດ້ຈຳນວນ 9,139 ຄົນ ຍິງ 4,747 ຄົນ ເທົ່າກັບ 99,96% ສົມທຽບປີຜ່ານມາຫຼຸດລົງ 0,02% ເສັງຕົກ 4 ຄົນ ຍິງ 2 ຄົນ ເທົ່າກັບ 0,04 % ສົມທຽບປີຜ່ານມາຫຼຸດລົງ 0,02%, ເສັງໄດ້ສົມບູນ (ຄະແນນສອບເສັງໄດ້ 5 ຂຶ້ນໄປທຸກວິຊາ) 7,056 ຄົນ ຍິງ 3,871 ຄົນ ເທົ່າກັບ 77,17 % ສົມທຽບ ໃສ່ປີຜ່ານມາເພີ່ມ ຂຶ້ນ 19,97%, ຄະແນນເສັງໄດ້ 7 ຂຶ້ນໄປທຸກວິຊາ 4,642 ຄົນ ຍິງ 2,810 ຄົນ ເທົ່າກັບ 50,77%, ສົມທຽບປີຜ່ານມາເພີ່ມຂຶ້ນ 13,63% ຄະແນນສອບເສັງໄດ້ 9 ຂຶ້ນໄປທຸກວິຊາ ທັງໝົດ 79 ຄົນ ຍິງ 59 ຄົນ ຕົກເປັນ 0,86%, ສົມທຽບປີຜ່ານມາ ເພີ່ມຂຶ້ນ 0,22% ຄະແນນສອບເສັງໄດ້ 9 ຂຶ້ນໄປທຸກວິຊາ ໄລຍະສົກຮຽນ 2021-2025 ທັງ ໝົດ 242 ຄົນ ຍິງ 191 ຄົນ ທຽບໃສ່ປີ 2016-2020 ເພີ່ມຂຶ້ນ 75,61%.

ພ້ອມນີ້, ໃນພິທີ ໄດ້ມອບໃບຍ້ອງຍໍຂັ້ນເຈົ້າຄອງ ນວ ໃຫ້ແກ່ນັກຮຽນທີ່ສາມາດຍາດໄດ້ໃບປະກາສະນີຍະບັດແດງ ຈົບຊັ້ນ ມ7 ສົກຮຽນ 2024-2025 ຈໍານວນ 79 ນ້ອງ ແລະ ມອບໃບຍ້ອງຍໍຂັ້ນພະແນກສຶກສາທິການ ແລະ ກິລາ ນວ ໃຫ້ແກ່ໂຮງຮຽນທີ່ສາມາດສ້າງນັກຮຽນໄດ້ຄະແນນສະເລ່ຍຮອບດ້ານ 7 ຂຶ້ນໄປທຸກວິຊາ ຈໍານວນ 4,636 ນ້ອງ.
ທີ່ມາ: ໜັງສືພິມວຽງຈັນໃໝ່

