ຍີ່ປຸ່ນເລັ່ງເຈລະຈາກັບອາເມລິກາ ຫວັງປິດຂໍ້ຕົກລົງຫລີກລ່ຽງພາສີທ່ານ ທຣໍາ ກ່ອນເສັ້ນຕາຍ 1 ສິງຫາ

             ທ່ານ ຣຽວເຊ ອາກາຊາວະ ຫົວໜ້າຜູ້ເຈລະຈາພາສີຂອງຍີ່ປຸ່ນ ເປີດເຜີຍໃນວັນທີ 19 ກໍລະກົດວ່າ: ທ່ານຈະເດີນທາງໄປນະຄອນຫລວງວໍຊິງຕັນໃນອາທິດໜ້າ ເພື່ອເຂົ້າຮ່ວມການເຈລະຈາລະດັບລັດຖະມົນຕີເພີ່ມຕື່ມກັບອາເມລິກາ ໂດຍຍີ່ປຸ່ນຕັ້ງເປົ້າຈະບັນລຸຂໍ້ຕົກລົງພາຍໃນເສັ້ນຕາຍວັນທີ 1 ສິງຫາ ເພື່ອຫລີກລ່ຽງມາດຕະການເກັບພາສີນໍາເຂົ້າ 25% ຂອງປະທານາທິບໍດີ ໂດນັລ ທຣໍາ.

             ຂະນະດຽວກັນ, ນາຍົກລັດຖະມົນຕີ ຊິເງຣຸ ອິຊິບະ ແລະ ທ່ານ ສກ໊ອດ ເບສເຊນ ລັດຖະມົນຕີກະຊວງການເງິນອາເມລິກາ ໃຫ້ສໍາພາດພາຍຫລັງພົບປະກັນຢູ່ນະຄອນຫລວງໂຕກຽວໃນວັນທີ 18 ກໍລະກົດວ່າ: ທັງສອງປະເທດມີໂອກາດບັນລຸຂໍ້ຕົກລົງທາງການຄ້າທີ່ດີໄດ້, ແຕ່ຂະບວນການອາດຕ້ອງໃຊ້ເວລາດົນ. ທ່ານ ເບສເຊນ ເນັ້ນວ່າ: ຂໍ້ຕົກລົງທີ່ມີຄຸນນະພາບສໍາຄັນກວ່າການເລັ່ງໃຫ້ໄດ້ຂໍ້ສະຫລຸບໂດຍໄວ ແລະ ຍັງເຊື່ອວ່າຂໍ້ຕົກລົງທີ່ເປັນປະໂຫຍດຕໍ່ທັງສອງຝ່າຍຍັງເປັນໄປໄດ້.

              ນອກຈາກນີ້, ທ່ານ ເບສເຊນ ຍັງໂພສຂໍ້ຄວາມໃນ X ວ່າ: ທ່ານຫວັງຈະເດີນໜ້າເຈລະຈາຢ່າງເປັນທາງການກັບຍີ່ປຸ່ນຕໍ່ໄປໃນອະນາຄົດ.