ສປປ ລາວ ຖະແຫລງຂ່າວການຮັບຮອງເອົາ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ເປັນມໍຣະດົກໂລກທາງທຳມະຊາດ

ພິທີຖະແຫຼງຂ່າວຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ເປັນມໍຣະດົກໂລກທາງທຳມະຊາດຮ່ວມຊາຍແດນກັບອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2025 ທີ່ສະໂມສອນແຂວງຄຳມ່ວນ ໂດຍການເຂົ້າຮ່ວມຂອງທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ປະທານຄະນະກຳມະການຄຸ້ມຄອງມໍຣະດົກແຫ່ງຊາດ, ທ່ານ ຮ່ວາງນາມ ຮອງປະທານ ຜູ້ປະຈຳການຄະນະກຳມະການປະຊາຊົນແຂວງກວາງຈິ, ມີບັນດາການນຳແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳມ່ວນໄດ້ລາຍງານວ່າ: ການຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍຣະດົກໂລກທາງທຳມະຊາດ ແມ່ນຄວາມພະຍາຍາມເອົາໃຈ ໃສ່ຂອງລັດຖະ ບານ ສປປ ລາວ, ອົງການປົກຄອງທ້ອງຖິ່ນ, ການຊ່ວຍເຫຼືອຂອງປະເທດເພື່ອນມິດ ສສ ຫວຽດນາມ, ການຊ່ວຍເຫຼືອສະໜັບສະໜູນຂອງລັດຖະບານເຢຍລະມັນ, ອົງການພັດທະນາແຫ່ງປະເທດເຢຍລະມັນ ແລະ ການສະໜັບສະໜູນຂອງບັນດາອົງການຈັດຕັ້ງສາກົນ ແລະ ນັກຊ່ຽວຊານພາຍໃນ ແລະ ຕ່າງປະ ເທດ, ການສຳຫຼວດເກັບກໍາຂໍ້ມູນ, ການຄົ້ນຄວ້າປຶກສາຫາລື ແລະ ການຮ່ວມມືຫຼາຍຝ່າຍກ່ອນຈະສະ ເໜີເຖິງອົງການອຸຍແນັດສະໂກ ພິຈາລະນາ.

ການຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໝໍ່ ເມືອງບົວລະພາ ແຂວງຄຳມ່ວນເຂົ້າເປັນມໍຣະດົກໂລກທາງທຳມະຊາດຢ່າງເປັນທາງການ ໃນກອງປະຊຸມຄະນະກຳມະການມໍຣະດົກໂລກຄັ້ງທີ 47 ໃນວັນທີ 13 ກໍລະກົດ 2025 ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ແມ່ນຜົນງານອັນໃຫຍ່ຫຼວງຂອງການພົວພັນຮ່ວມມື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດຂອງສອງຝ່າຍ ແລະ ຫຼາຍຝ່າຍ ບໍ່ພຽງແຕ່ເປັນກຽດສັກສີຂອງແຂວງຄຳມ່ວນ ທັງເປັນ ຄວາມພາກພູມໃຈຂອງປະຊາຊົນລາວ ແລະ ຊາວໂລກ, ໃນການອະນຸລັກ ແລະ ປົກປັກຮັກສາມໍຣະດົກທາງທຳມະຊາດທີ່ຫາຍາກ ແລະ ມີຄຸນຄ່າລະດັບສາກົນ; ອຸທິຍານແຫ່ງຊາດຫີນໜາມໜໍ່ເປັນພື້ນທີ່ ທີ່ມີສັດປ່າ ແລະ ຊີວະນາໆພັນມະຫັດສະຈັນທີ່ບໍ່ສາມາດພົບເຫັນໄດ້ທົ່ວໄປໃນໂລກ ແຕ່ຍັງຄົງມີຢູ່ໃນເຂດອຸທິຍານແຫ່ງນີ້ເທົ່ານັ້ນ ຊຶ່ງເປັນຫຼັກຖານໃຫ້ຮູ້ວ່າ ຢູ່ແຂວງຄຳມ່ວນ ສປປ ລາວ ມີມໍຣະດົກທາງທຳມະຊາດ ແລະ ສິ່ງແວດລ້ອມທີ່ມີຄວາມໝາຍລະດັບໂລກ.

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ກ່າວວ່າ: ເພື່ອສືບຕໍ່ປົກປັກຮັກສາ ແລະ ສ້າງຄວາມເຊື່ອໝັ້ນຕໍ່ວຽກງານການອະນຸລັກ ແລະ ປົກປັກຮັກສາເຂດອຸທິຍານແຫ່ງຊາດຫີນ ໜາມໜໍ່ ກໍຄືເຂດມໍຣະດົກໂລກທາງທຳມະຊາດ, ໃນນາມຂະແໜງການຮັບຜິດຊອບຄຸ້ມຄອງວຽກງານດັ່ງກ່າວ ຈະຮ່ວມກັບທ້ອງຖິ່ນສຸມໃສ່ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງ, ບັນຈຸສັບຊ້ອນ ແລະ ພັດທະນາບຸກຄະລາກອນໃຫ້ມີຄວາມເຂັ້ມແຂງ; ປະສານສົມທົບສ້າງແຜນງານ, ໂຄງການຮ່ວມກັບ ສສ ຫວຽດນາມ. ພ້ອມທັງ ສືບຕໍ່ຊຸກຍູ້, ສົ່ງເສີມ ແລະ ຂົນຂວາຍຊອກຫາແຫຼ່ງທຶນສະໜັບສະໜູນການຈັດຕັ້ງປະຕິບັດແຜນງານ ແລະ ໂຄງການຕ່າງໆ ຕາມຂອບແຜນດໍາເນີນງານ ແລະ ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງຍົກສູງຄວາມເປັນເຈົ້າການ ໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ ແລະ ບັນລຸໄດ້ຕາມເປົ້າໝາຍຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ ແລະ ຍຸດທະສາດປ່າໄມ້ຮອດປີ 2035 ແລະ ວິໄສທັດຮອດປີ 2050 ແລະ ປົກປັກຮັກສາທີ່ດິນປ່າໄມ້ ແລະ ເພີ່ມຄວາມປົກຫຸ້ມປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ.

ສໍາລັບພິທີສະເຫຼີມສະຫຼອງອຸທິຍານແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍຣະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ ແລະ ເປັນມໍຣະດົກໂລກຮ່ວມຊາຍແດນແຫ່ງທຳອິດຂອງພາກພື້ນຢ່າງເປັນທາງການ ຈະໄດ້ຈັດຂຶ້ນໃນທ້າຍປີ 2025 ນີ້.

ທີ່ມາ: Khammouane News