ເປີດນໍາໃຊ້ຢ່າງເປັນທາງການ ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດິຈິຕອນ

ໜັງສືພິມຄວາມສະຫງົບລາຍງານວ່າ: ວັນທີ 30 ກໍລະກົດ 2025 ກະຊວງປ້ອງກັນຄວາມສະຫງົບ ເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດິຈິຕອນ ຢ່າງເປັນທາງການ ໂດຍ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ກໍາມະການກົມການເມືອງສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ, ມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ວ່າ: ການສ້າງລະບົບຖານຂໍ້ມູນພົນລະເມືອງ ໂດຍສະເພາະແມ່ນລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດິຈິຕອນ ແມ່ນອົງປະກອບໜຶ່ງທີ່ສໍາຄັນ ແລະ ຈຳເປັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນການພັດທະນາວຽກງານໃນຂະແໜງການຂອງຕົນ, ສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວພົນລະເມືອງ ຈາກພັກ-ລັດຖະບານ ສສ ຫວຽດນາມ.
ບັດປະຈໍາຕົວພົນລະເມືອງ ດິຈິຕອນ
ບັດປະຈຳຕົວປະຊົນລາວ ໃນໄລຍະ ປີ ຄສ 1985 ຫາກາງ ປີ ຄສ 1989 ບັດປະຈຳຕົວມີຮູບແບບຄ້າຍຄືປື້ມສໍາມະໂນຄົວ ເປັນປົກສີແດງ ແລະ ປົກສີຟ້າ ມີຂະໜາດ 19 ຊັງຕີແມັດ ຄູນ 12 ຊັງຕີແມັດ.
ທ້າຍ ປີ ຄສ 1989 ຫາ ປີ ຄສ 2001 ບັດປະຈໍາຕົວແມ່ນນໍາໃຊ້ເປັນບັດເຈ້ຍຂຽນດ້ວຍມື ແລະ ອັດແຂງ, ທາງດ້ານຫຼັງມີປະທັບລາຍນີ້ວມື ມີຂະໜາດຄວາມກວ້າງ 6,5 ຊັງຕີແມັດ, ຍາວ 10,3 ຊັງຕີແມັດ.
ປີ 2002-2014 ໄດ້ນໍາໃຊ້ບັດຂາວເປັນພາສຕິກ ມີຂະໜາດຄວາມກ້ວາງ 5,4 ຊັງຕີແມັດ ຍາວ 8,5 ຊັງຕີແມັດ.
ປີ ຄສ 2014 ຫາ ປີ ຄສ 2023 ກະຊວງ ປກສ ໄດ້ພັດທະນາບັດປະຈໍາຕົວຂອງພົນລະເມືອງລາວ ເປັນບັດພາສຕິກພື້ນສີຂຽວ ມີຂະໜາດຄວາມກ້ວາງ 5,4 ຊັງຕີແມັດ ຍາວ 8,5 ຊັງຕີແມັດ ແຕ່ຍັງບໍ່ສາມາດເຊື່ອມຕໍ່ຂໍ້ມູນກັບພາກສ່ວນຂະແໜງການອື່ນໄດ້ ເຮັດໃຫ້ຍັງມີຄວາມຫຍຸ້ງຍາກຫຼາຍດ້ານ.
ບັດປະຈຳຕົວພົນລະເມືອງລາວແບບດິຈິຕອນ ນີ້ປະກອບມີສ່ວນສຳຄັນຕ່າງໆ ຄືດັ່ງຕໍ່ໄປນີ້ :
1. ມີເລກລະຫັດບຸກຄົນມີ 13 ຕົວເລກແມ່ນການຢັ້ງຢືນຕົວຕົນຂອງພົນລະເມືອງ, ອອກໃຫ້ພົນລະເມືອງແຕ່ລະຄົນ ນັບແຕ່ມື້ເກີດຈົນຮອດມື້ເສຍຊີວິດ ແລະ ບໍ່ຊໍ້າກັບຄົນອື່ນ, ສາມາດເຊື່ອມຕໍ່, ປັບປຸງ, ແບ່ງປັນ ແລະ ຄົ້ນຫາຂໍ້ມູນພົນລະເມືອງໃນຖານຂໍ້ມູນ, ຮັບປະກັນຄວາມລັບ, ຄວາມປອດໄພສູງສຸດ.
2. ດ້ານໜ້າມີຮູບແບບ : ເຄື່ອງໝາຍຊາດ, ຮູບທາດຫຼວງ, ຮູບດອກຈຳປາ ແລະ ຮູບແຜນທີ, ລວມມີ 08 ສີ.
3. ຂະໜາດແຜ່ນບັດ, ລວງກ້ວາງ 5,4 cm, ລວງຍາວ 8,5 cm, ຄວາມໜາ 0,85cm.
4. ເນື້ອໃນຂອງບັດປະຈຳຕົວ ດ້ານໜ້າ ແລະ ດ້ານຫຼັງ ກຳນົດຕົວອັກສອນພາສາລາວ-ອັງກິດ, ສິ່ງສຳຄັນບັດປະຈຳຕົວພົນລະເມືອງລາວ ແບບດິຈິຕອນ ນີ້ ໄດ້ນໍາໃຊ້ເຕັກໂນໂລຊີ ໃນການຝັງຊິບ (Microchip) ທີ່ສາມາດເກັບຂໍ້ມູນໄດ້ຫຼາຍຂຶ້ນ ແລະ ມີຄວາມປອດໄພສູງ ເພື່ອປ້ອງກັນການປອມແປງ ແລະ ການນຳໃຊ້ຜິດຕໍ່ກົດໝາຍ, ການພັດທະນາລະບົບຖານຂໍ້ມູນຄຸ້ມຄອງພົນລະເມືອງ ໃຫ້ສາມາດເຊື່ອມໂຍງ ແລກປ່ຽນຂໍ້ມູນກັບພາກສ່ວນຕ່າງໆ ໄດ້ຢ່າງມີປະສິດທິພາບ ຮັບປະກັນຄວາມປອດໄພສູງ, ເກັບກຳຂໍ້ມູນຊີວະທິທະຍາ, ເຊັ່ນ ການສະແກນນິ້ວມື, ການຈື່ຈຳໃບໜ້າ ຫຼື ການສະແກນມ່ານຕາ, ເພື່ອຢືນຢັນຕົວຕົນຢ່າງມີປະສິດທິພາບ, ສາມາດເຊື່ອມໂຍງກັບໂທລະສັບມືຖື, ສາມາດດາວໂຫຼດແອັບພລິເຄຊັນ, ເຮັດໃຫ້ການນຳໃຊ້ບໍລິການຕ່າງໆໄດ້ງ່າຍທາງອອນລາຍ, ປະຢັດເວລາ, ປະຢັດງົບປະມານ ແລະ ສະດວກໃຫ້ແກ່ຜູ້ຊົມໃຊ້.

