ການນຳເມືອງມຸນລະປາໂມກ ລົງເຄືອນໄຫວຕິດຕາມ, ຊຸກຍູ້ວຽກງານ ປກຊ-ປກສ ຢູ່ເຂດຊາຍແດນ ລາວ-ກຳປູເຈຍ -ໄທ

ໜັງສືພິມຈຳປາໃໝ່ລາຍງານວ່າ: ວັນທີ 26 ກໍລະກົດ 2025 ຜ່ານມານີ ສະຫາຍ ວັນນະສັກ ຊາດຕະກຸນ ເລຂາພັກເມືອງ ຫົວໜ້າຄະນະກຳມະການ ປກຊ-ປກສ ເມືອງມຸນລະປາໂມກ ພ້ອມດ້ວຍ ທ່ານຮອງຄະນະກຳມະການປົກຄອງເມືອງ, ຫົວໜ້າຄະນະຫັນລົງກໍ່ສ້າງຮາກຖານແຂວງຈຳປາສັກ ຊຸກຍູ້ຂະບວນການວຽກງານຮອບດ້ານຢູ່ເມືອງມຸນລະປາໂມກ ໄດ້ລົງເຄື່ອນ ໄຫວຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດວຽກສ້າງຄວາມເຂັ້ມແຂງ ໃຫ້ກຳລັງ ກອງຫລອນ-ປກສ ບ້ານເຂດກຸ່ມຫນອງງາ ໂດຍສະເພາະບັນດາບ້ານທີ່ຢູ່ລຽບຕາມຊາຍແດນ ລາວ-ກຳປູເຈຍ-ໄທ.

 ພ້ອມນັ້ນ ກໍໄດ້ເຄື່ອນ ໄຫວປະສານສົມທົບກັບຄະນະຮັບຜິດຊອບ, ກຳລັງທະຫານທີ່ປະຕິບັດຫນ້າທີ່ ຮັກສາຄວາມໝັ້ນຄົງຢູ່ເຂດສາມຫລ່ຽມມໍລະກົດ (ຊາຍແດນລາວ-ກຳປູເຈຍ-ໄທ) ທັງນີ້ກໍເພື່ອຮັບປະກັນສະພາບຄວາມສະຫງົບ,ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ ໃຫ້ໄດ້ 100%.