ແອັສປາຍພົບໄຂ້ຫວັດສັດປີກ H5N1 ລະບາດ ຂ້າໄກ່ງວງເກືອບໝົດຟາມ

ການລະບາດຂອງໄຂ້ຫວັດສັດປີກສາຍພັນຮຸນແຮງ H5N1 ຂ້າໄກ່ງວງເກືອບໝົດຟາມໃນແຄວ້ນເອັກເຕຣມາດູຣາທາງຕາເວັນຕົກສຽງໃຕ້ຂອງແອັສປາຍ ໂດຍມີໄກ່ງວງລອດຊີວິດພຽງ 10 ໂຕ ເຊິ່ງໄດ້ຖືກທໍາລາຍເພື່ອປ້ອງກັນການແຜ່ກະຈາຍຂອງເຊື້ອຕາມມາດຕະການຄວບຄຸມພະຍາດ.
ອົງການສຸຂະພາບສັດໂລກ (WOAH) ເປີດເຜີຍຂໍ້ມູນໂດຍອ້າງອີງທາງການແອັສປາຍວ່າ: ຟາມລ້ຽງໄກ່ງວງຂຸນແຫ່ງນີ້ມີໄກ່ງວງທັງໝົດ 6,895 ໂຕ ເຊິ່ງເກືອບທັງໝົດເສຍຊີວິດຈາກການລະບາດໃນຄັ້ງນີ້.
ທັງນີ້, ການແຜ່ກະຈາຍຂອງເຊື້ອໄຂ້ຫວັດສັດປີກຍັງເປັນບັນຫາຮຸນແຮງໃນຫລາຍປະເທດທົ່ວໂລກ ສົ່ງຜົນກະທົບຕໍ່ຕ່ອງໂສ້ອຸປະທານອາຫານ ແລະ ເຮັດໃຫ້ລາຄາອາຫານສູງຂຶ້ນ.
ນອກຈາກນີ້, ການພົບການຕິດເຊື້ອໃນສັດລ້ຽງລູກດ້ວຍນົມເຊັ່ນ: ງົວນົມຢູ່ອາເມລິກາ ຍິ່ງເພີ່ມຄວາມກັງວົນໃຫ້ລັດຖະບານຫລາຍປະເທດກ່ຽວກັບຄວາມສ່ຽງຂອງການຕິດຕໍ່ສູ່ມະນຸດ.
ທ່ານ ເບິນຮາດ ເອິລ ຜູ້ອໍານວຍການບໍລິຫານຂອງສໍານັກງານຄວາມປອດໄພດ້ານອາຫານແຫ່ງເອີຣົບ (European Food Safety Authority) ເປີດເຜີຍໃນໄລຍະຜ່ານມາວ່າ: ຝູງໝູຂະໜາດໃຫຍ່ໃນເອີຣົບອາດກາຍເປັນຫ້ອງທົດລອງໄວຣັສອັນຕະລາຍ ຖ້າຕິດເຊື້ອໄຂ້ຫວັດສັດປີກ ເຊິ່ງກໍາລັງແຜ່ກະຈາຍໄປຫາສັດປີກ, ງົວ ແລະ ແກະແລ້ວໃນເວລານີ້.
ເອີຣົບຈໍາເປັນຕ້ອງເຝົ້າລະວັງຢ່າງເຂັ້ມງວດ ຫລັງຈາກມີການຕິດເຊື້ອໃນສັດລ້ຽງຈໍານວນຫລາຍຢູ່ອາເມລິກາ ໄດ້ສ້າງຄວາມກັງວົນວ່າ: ເຊື້ອພະຍາດອາດກາຍພັນຈົນແຜ່ກະຈາຍຈາກຄົນສູ່ຄົນໄດ້.
ຄໍາເຕືອນຂອງທ່ານສະທ້ອນເຖິງຄວາມກັງວົນທີ່ເກີດຈາກການລະບາດຂອງໄຂ້ຫວັດສັດປີກ H5N1 ຄັ້ງຫລ້າສຸດ ເຊິ່ງສາມາດແຜ່ເຂົ້າສູ່ສັດຊະນິດອື່ນໄດ້ແລ້ວ.

