ອັງກິດເດີນໜ້າປະຕິຮູບເລືອກຕັ້ງ ຫລຸດອາຍຸຜູ້ມີສິດເລືອກຕັ້ງເຫລືອ 16 ປີ ສະໜັບສະໜູນເຍົາວະຊົນມີສຽງໃນປະຊາທິປະໄຕ

ອັງກິດກຽມຫລຸດອາຍຸຜູ້ມີສິດເລືອກຕັ້ງໃນການເລືອກຕັ້ງທົ່ວໄປຈາກ 18 ປີ ເຫລືອ 16 ປີ ເຊິ່ງຈະເຮັດໃຫ້ປະເທດມີອາຍຸຜູ້ມີສິດເລືອກຕັ້ງລະດັບປະເທດຕໍ່າທີ່ສຸດແຫ່ງໜຶ່ງຂອງໂລກ ໂດຍລັດຖະບານລະບຸວ່າເປັນຄວາມພະຍາຍາມໃນການ “ເຮັດໃຫ້ປະຊາທິປະໄຕທັນສະໄໝຂຶ້ນ”.
ລັດຖະບານພັກ Labour ສາຍການຝັ່ງຊ້າຍປະກາດແຜນດັ່ງກ່າວໃນວັນທີ 17 ກໍລະກົດ ໂດຍເປັນການດໍາເນີນຕາມຄໍາໝັ້ນສັນຍາທີ່ໃຫ້ໄວ້ກ່ອນເຂົ້າຮັບຕໍາແໜ່ງໃນປີຜ່ານມາ ເຊິ່ງເປັນໜຶ່ງໃນຫລາຍແຜນປະຕິຮູບການເລືອກຕັ້ງເພື່ອສົ່ງເສີມການມີສ່ວນຮ່ວມທາງປະຊາທິປະໄຕ ແລະ ຫລຸດອຸປະສັກໃນການໃຊ້ສິດເລືອກຕັ້ງ.
ໂດຍທ່ານ ເຄຍ ສຕາຣເມີ ນາຍົກລັດຖະມົນຕີອັງກິດ ລະບຸວ່າ: ສໍາຄັນຫລາຍທີ່ເຍົາວະຊົນອາຍຸ 16 ແລະ 17 ປີຈະມີສິດເລືອກຕັ້ງ ເພາະພວກເຂົາໃຫຍ່ພໍຈະເຮັດວຽກໄດ້, ໃຫຍ່ພໍຈະເສຍພາສີແລ້ວ ຖ້າເສຍພາສີ ກໍຄວນມີສິດໃນການຕັດສິນໃຈວ່າພາສີຈະຖືກນໍາໄປໃຊ້ແນວໃດ, ລັດຖະບານຄວນເດີນໜ້າໄປທາງໃດ ເຊິ່ງປັດຈຸບັນມີເຍົາວະຊົນອາຍຸ 16-17 ປີຢູ່ອັງກິດປະມານ 1.6 ລ້ານຄົນ.
ການປ່ຽນແປງຄັ້ງນີ້ຍັງຕ້ອງຜ່ານການອອກກົດໝາຍໃນລັດຖະສະພາ ເຊິ່ງລັດຖະບານມີສຽງສ່ວນຫລາຍຢູ່ແລ້ວ ແລະ ຈະເຮັດໃຫ້ອາຍຸຜູ້ມີສິດເລືອກຕັ້ງສອດຄ່ອງກັນທົ່ວປະເທດ.
ປັດຈຸບັນເຍົາວະຊົນ 16 ປີໃນເວລ ແລະ ສະກອດແລນ ມີສິດເລືອກຕັ້ງໃນການເລືອກຕັ້ງລະດັບທ້ອງຖິ່ນ ແລະ ລັດຖະສະພາທ້ອງຖິ່ນແລ້ວ, ແຕ່ຍັງບໍ່ມີສິດໃນການເລືອກຕັ້ງທົ່ວໄປຂອງປະເທດ.
ທົ່ວໂລກ, ປະເທດສ່ວນຫລາຍກໍານົດອາຍຸຜູ້ມີສິດເລືອກຕັ້ງໄວ້ 18 ປີ, ແຕ່ບາງປະເທດເຊັ່ນ: ໂອຕຣິດ, ອາກຊັງຕິນ, ເບຣຊິນ ແລະ ເອກົວດໍ ອະນຸຍາດໃຫ້ຜູ້ມີອາຍຸ 16 ປີສາມາດໃຊ້ສິດເລືອກຕັ້ງໃນລະດັບປະເທດໄດ້.
ຂະນະທີ່ແບນຊິກ, ເຢຍລະມັນ ແລະ ມອນຕາ ອະນຸຍາດໃຫ້ຜູ້ມີອາຍຸ 16 ປີລົງຄະແນນສຽງໃນການເລືອກຕັ້ງລັດຖະສະພາເອີຣົບ, ແຕ່ບໍ່ລວມເຖິງການເລືອກຕັ້ງລະດັບປະເທດ.
ພັກ Conservative ເຊິ່ງເປັນຝ່າຍຄ້ານວິຈານນະໂຍບາຍນີ້ ໂດຍທ່ານ ພໍ ໂຮມ ໂຄສົກດ້ານກິດຈະການທ້ອງຖິ່ນຂອງພັກກ່າວຕໍ່ໜ້າສະພາສາມັນຕາມລາຍງານຂອງສໍານັກຂ່າວ PA Media ວ່າ: “ນະໂຍບາຍນີ້ສ້າງຄວາມສັບສົນກ່ຽວກັບອາຍຸຂອງການບັນລຸນິຕິພາວະ, ເປັນຫຍັງລັດຖະບານນີ້ຈຶ່ງຄິດວ່າເດັກອາຍຸ 16 ປີເລືອກຕັ້ງໄດ້, ແຕ່ຍັງບໍ່ສາມາດຊື້ເລກ, ດື່ມແອລກໍຮໍ, ແຕ່ງດອງ, ໄປສູ້ຮົບ ຫລື ລົງສະໝັກຮັບເລືອກຕັ້ງທີ່ຕົນເອງກໍາລັງເລືອກຢູ່ ?”.
ເຖິງຢ່າງໃດກໍຕາມ, ມີຜູ້ສະໜັບສະໜູນນະໂຍບາຍນີ້ເຊັ່ນກັນ. ນາງ ນາໂອມິ ສະມິດ ຜູ້ບໍລິຫານອົງກອນປຸກລະດົມພາກປະຊາສັງຄົມ Best for Britain ລະບຸວ່າ: “ນີ້ຄືການຕັດສິນໃຈທີ່ກ້າຫານ ແລະ ຈະເປັນປະໂຫຍດຕໍ່ຄົນຮຸ່ນໃໝ່ໃນອະນາຄົດ”.
ອ້າງອີງ:https://www.aljazeera.com/news/2025/7/17/uk-to-lower-voting-age-to-16-in-major-electoral-reform

