ອິດສະລາແອນ-ຊິຣີ ບັນລຸຂໍ້ຕົກລົງຢຸດຍິງຊົ່ວຄາວ ພ້ອມເປີດທາງໃຫ້ທະຫານຊິຣີເຂົ້າຊຸເວດາໃນວົງຈໍາກັດ

           ທູດອາເມລິກາປະຈໍາຕວກກີເປີດເຜີຍໃນວັນທີ 18 ກໍລະກົດວ່າ: ອິດສະລາແອນ ແລະ ຊິຣີ ໄດ້ຕົກລົງຢຸດຍິງ ໂດຍໄດ້ຮັບການສະໜັບສະໜູນຈາກຕວກກີ, ຈໍແດນ ແລະ ປະເທດໃກ້ຄຽງ ພາຍຫລັງເກີດເຫດການສູ້ຮົບຢູ່ແຂວງຊຸເວດາ ທາງພາກໃຕ້ຂອງຊິຣີ ເຊິ່ງມີປະຊາກອນຊາວດຣູເປັນສ່ວນຫລາຍ.

           ໂດຍໃນວັນທີ 16 ກໍລະກົດຜ່ານມາ, ອິດສະລາແອນໄດ້ໂຈມຕີທາງອາກາດຕໍ່ນະຄອນຫລວງດາມັສກັສ ແລະ ໂຈມຕີກອງກໍາລັງລັດຖະບານທາງພາກໃຕ້ຂອງຊິຣີ ໂດຍຮຽກຮ້ອງໃຫ້ລັດຖະບານຊິຣີຖອນກໍາລັງອອກຈາກພື້ນທີ່. ອິດສະລາແອນລະບຸວ່າ: ການໂຈມຕີນັ້ນມີເປົ້າໝາຍເພື່ອປົກປ້ອງຊາວດຣູໃນຊິຣີ ເຊິ່ງເປັນຊົນເຜົ່າກຸ່ມນ້ອຍທີ່ມີອິດທິພົນ ແລະ ມີເຄືອຍາດຢູ່ລີບັງ ແລະ ອິດສະລາແອນ.

            ກ່ອນໜ້ານີ້ໃນວັນດຽວກັນ, ເຈົ້າໜ້າທີ່ອິດສະລາແອນລະບຸວ່າ: ອິດສະລາແອນຕົກລົງໃຫ້ກອງກໍາລັງຊິຣີສາມາດເຂົ້າພື້ນທີ່ຊຸເວດາໃນໄລຍະເວລາ 48 ຊົ່ວໂມງ ເພື່ອຄວບຄຸມສະຖານະການ. ພ້ອມກັນນັ້ນ ລັດຖະບານຊິຣີປະກາດກຽມສົ່ງກໍາລັງເຈົ້າໜ້າທີ່ຮັກສາຄວາມປອດໄພເຂົ້າໄປໃນພື້ນທີ່ທາງໃຕ້ ຮ່ວມກັບມາດຕະການທາງການເມືອງ ແລະ ຄວາມໝັ້ນຄົງເພື່ອຟື້ນຟູສະຖຽນລະພາບ ແລະ ປ້ອງກັນບໍ່ໃຫ້ຄວາມຮຸນແຮງກັບມາອີກ.

            ທັງນີ້, ໃນອາທິດຜ່ານມາ ກອງທັບຊິຣີໄດ້ເຂົ້າປາບປາມຄວາມບໍ່ສະຫງົບໃນພື້ນທີ່, ແຕ່ຖືກກ່າວຫາວ່າໃຊ້ຄວາມຮຸນແຮງເກີນກວ່າເຫດຕໍ່ຊາວດຣູ ແລະ ຖືກອິດສະລາແອນໂຈມຕີທາງອາກາດຈົນຕ້ອງຖອນກໍາລັງອອກໄປພາຍໃຕ້ຂໍ້ຕົກລົງຢຸດຍິງທີ່ເລີ່ມມີຜົນແຕ່ວັນທີ 16 ກໍລະກົດ.

            ເຖິງຢ່າງໃດກໍຕາມ, ອິດສະລາແອນຍັງເບິ່ງວ່າລັດຖະບານຊຸດໃໝ່ຂອງຊິຣີທີ່ມີປະທານາທິບໍດີ ອາເໝັດ ອັລ-ຊາຣາ ເປັນຜູ້ນໍານັ້ນມີແນວຄິດຫົວຮຸນແຮງແຝງຢູ່ ແລະ ໄດ້ໃຫ້ຄໍາໝັ້ນວ່າຈະປົກປ້ອງຊຸມຊົນຊາວດຣູໃນຊິຣີຈາກການຖືກຄຸກຄາມ ໂດຍສະເພາະຫລັງໄດ້ຮັບແຮງກົດດັນຈາກຊາວດຣູໃນອິດສະລາແອນເອງ ໂດຍໃນວັນທີ 18 ກໍລະກົດ ອິດສະລາແອນຍັງໄດ້ໂຈມຕີທາງອາກາດໃນພື້ນທີ່ຊຸເວດາເພີ່ມອີກ.

             ຂະນະທີ່, ລັດຖະບານອາເມລິກາໄດ້ເຂົ້າມາມີບົດບາດໄກ່ເກ່ຍຈົນບັນລຸຂໍ້ຕົກລົງຢຸດຍິງກ່ອນໜ້ານີ້ ແລະ ທໍານຽບຂາວກ່າວໃນວັນທີ 17 ກໍລະກົດວ່າ: ຂໍ້ຕົກລົງດັ່ງກ່າວອາດຈະຍັງມີຜົນບັງຄັບໃຊ້ໄດ້.

ອ້າງອີງ: