ຫວຽດນາມ ປົດຕຳແໜ່ງສະມາຊິກ ພັກອະດີດການນຳສູງສຸດ 4 ທ່ານ ຍ້ອນມີສ່ວນພົວພັນກັບການສໍ້ລາດບັງຫລວງ

ສຳນັກຂ່າວໜັງສືພິມຫວຍດນາມ vietnamnet.vnລາຍງານວ່າ: ວັນທີ 19 ກໍລະກົດ 2025 ທີ່ຜ່ານມາວ່າ ກອງປະຊຸມສະໄໝສາມັນເທື່ອທີ 12 ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 13 ພາຍໃຕ້ການເປັນປະທານຂອງທ່ານ ໂຕ ເລິມ  ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້ຕົກລົງປົດຕຳແໜ່ງອະດີດການນຳສູງສຸດ ອອກຈາກການເປັນສະມາຊິກພັກ 4 ທ່ານຄື:

1. ທ່ານ ຫງວຽນຊວນຟຸກ (Nguyễn Xuân Phúc) ອະດີດກຳມະການກົມການເມືອງ ອະດີດປະທານປະເທດ (ເດືອນ 4/2021 – ມັງກອນ 2023).

2. ທ່ານ ຫວໍ ວັນ ເຖືອງ (Võ Văn Thưởng) ອະດີດກຳມະການກົມການເມືອງ ແລະ ອະດີດປະທານປະເທດ (ມີນາ 2023 – ມີນາ 2024);

3. ທ່ານ ເຫວື່ອງ ດິ່ງ ເຫ່ວ (Vương Đình Huệ) ອະດີດກຳມະການກົມການເມືອງ ແລະ ອະດີດປະທານສະພາແຫ່ງຊາດ (ເດືອນ 3/2021 – ພຶດສະພາ 2024)

4. ທ່ານ ເລມິນຄາຍ (Lê Minh Khái) ອະດີດເລຂາທິການສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ (ເດືອນເມສາ 2021 – ສິງຫາ 2024).

ນອກນີ້ ຄະນະບໍລິຫານງານສູນກາງພັກໄດ້ເຫັນດີປົດທ່ານ ຫງວຽນທິກິມຕິນ (Nguyễn Thị Kim Tiến) ອະດີດກຳມະການສູນກາງພັກ, ອະດີດລັດຖະມົນຕີກະຊວງສາທາລະນະສຸກຈາກພັກກອມມູນິດຫວຽດນາມ ອອກຈາກພັກກອມມູນິດຫວຽດນາມ, ຍ້ອນມີການກະທຳລະເມີດໃນໄລຍະດຳລົງຕຳແໜ່ງ.

ກອງປະຊຸມຍັງໄດ້ຮັບຮອງເອົາຄຳອງຂອງທ່ານ ໂດ ດຶກ ຊຸຍ (Đỗ Đức Duy) ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮັບການເລື່ອນເວລາ ເຂົ້າເປັນສະມາຊິກຄະນະບໍລິຫານງານສູນກາງພັກຊຸດທີ 13.

ໃນຂະນະດຽວກັນ, ທ່ານ ຫວູຈິກົງ, ກຳມະການສູນກາງພັກ, ອະດີດສະມາຊິກຄະນະປະຈຳ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮັບອະນຸຍາດໃຫ້ລາອອກຈາກຕຳແໜ່ງເປັນຄະນະກຳມະການສູນກາງ ແລະ ໄດ້ປະກອບຄຳເຫັນກ່ຽວກັບດ້ານບຸກຄະລາກອນ ເພື່ອໃຫ້ກົມການເມືອງສະເໜີຜູ້ສະໝັກຮັບເລືອກຕັ້ງເປັນລັດຖະມົນຕີວ່າການກະຊວງກະສິກຳ ແລະ ສິ່ງແວດລ້ອມໃນອາຍຸການ 2021 – 2026. ການແຕ່ງຕັ້ງຄັ້ງສຸດທ້າຍຈະ ມີການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດຊຸດທີ 15.

ກ່ອນໜ້ານັ້ນ, ທ່ານ ຟາມ ມິງຈິງ (Phạm Minh Chính) ນາຍົກລັດຖະມົນຕີໄດ້ລົງນາມໃນຄຳໝັ້ນສັນຍາມອບໝາຍໃຫ້ທ່ານ ເຈິນ ດຶກ ຖັງ (Trần Đức Thắng), ກຳມະການສູນກາງພັກ, ຮອງປະທານອົງການກວດກາລັດຖະບານ ຫວຽດນາມ ເປັນລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ.