ໄຟໄໝ້ໂຮງງານຜະລິດຢາງຕີນລົດລາຍໃຫຍ່ ຢູ່ ສ.ເກົາຫລີ

ໄຟໄໝ້ໂຮງງານຜະລິດຢາງຕີນລົດລາຍໃຫຍ່ ຢູ່ ສ.ເກົາຫລີ

ສໍານັກຂ່າວຣອຍເຕີລາຍງານວັນທີ 17 ພຶດສະພາ 2025 ເວລາປະມານ 7:11 ໂມງ ເກີດເຫດໄຟໄໝ້ໂຮງງານຜະລິດຢາງຕີນລົດ Kumho Tire ໃນເມືອງກວາງຈູ ສ.ເກົາຫລີ ມີຜູ້ບາດເຈັບເບື້ອງຕົ້ນ 3 ຄົນ. ປັດຈຸບັນຍັງບໍ່ສາມາດຄຸມໄຟໄດ້, ໜ່ວຍງານມອດໄຟຄາດຄະເນວ່າ ອາດໃຊ້ເວລາຫລາຍຊົ່ວໂມງໃນການມອດໄຟ ເນື່ອງຈາກມີຢາງດິບຫລາຍໂຕນທີ່ເກັບມ້ຽນໄວ້ໃນໂຮງງານ ແລະ…

ເຈົ້າອາວາດວັດດັງຢູ່ໄທຖືກສັ່ງປົດ ແລະ ດໍາເນີນຄະດີຍ້ອນສໍ້ໂກງເງິນວັດໄປຫລິ້ນພະນັນອອນລາຍ

ເຈົ້າອາວາດວັດດັງຢູ່ໄທຖືກສັ່ງປົດ ແລະ ດໍາເນີນຄະດີຍ້ອນສໍ້ໂກງເງິນວັດໄປຫລິ້ນພະນັນອອນລາຍ

ສຳນັກຂ່າວ ໄທຣັດ ອອນລາຍ ປະເທດໄທລາຍງານ ວັນທີ 15 ພຶດສະພາ 2025ນີ້ວ່າ: ພຣະທໍາມະວິຊິຣານຸວັດ ເຈົ້າອາວາດວັດໄຮ່ຂີງ ຈັງຫວັດນະຄອນປະຖົມ ປະເທດໄທ ຕຳແໜ່ງເຈົ້າຄະນະພາກ 14 ຖືກສັ່ງປົດຈາກຕໍາແໜ່ງ, ຫລັງຈາກຖືກດໍາເນີນຄະດີໃນຄວາມຜິດຂໍ້ຫາສໍ້ໂກງເງິນວັດ ແລະ ພົວພັນພະນັນອອນລາຍ ພົບຫລັກຖານເບື້ອງຕົ້ນຈໍານວນ 300…

ຫວຽດນາມ ປະກາດແຜນປະຕິຮູບການສຶກສາຫລຸດເວລາ ການຮຽນລະດັບປະລິນຍາຕີ ຈາກ 4 ປິ ເຫລືອ 3 ປີ

ຫວຽດນາມ ປະກາດແຜນປະຕິຮູບການສຶກສາຫລຸດເວລາ ການຮຽນລະດັບປະລິນຍາຕີ ຈາກ 4 ປິ ເຫລືອ 3 ປີ

ສໍານັກຂ່າວ VNExpress ຫວຽດນາມ ລາຍງານວັນທີ 13 ພຶດສະພາ 2025, ມະຫາວິທະຍາໄລແຫ່ງຊາດຫວຽດນາມ (ຮ່າໂນ່ຍ) ປະກາດແຜນປະຕິຮູບການສຶກສາຄັ້ງສໍາຄັນ ໂດຍຈະປັບຫລຸດໄລຍະເວລາການຮຽນລະດັບປະລິນຍາຕີ ຈາກ 4 ປີ ໃຫ້ເຫລືອພຽງ 3 ປີ ແລະ ສໍາລັບນັກສຶກສາທີ່ມີຜົນການຮຽນດີເດັ່ນ ສາມາດສໍາເລັດການສຶກສາໄດ້ພາຍໃນ…

ທ່ານ ປູຕິນ ບໍ່ໄປຮ່ວມເຈລະຈາສັນຕິພາບກັບອູແກຣນຢູ່ຕວກກີ ສົ່ງຜູ້ຊ່ວຍເຈລະຈາແທນ

ທ່ານ ປູຕິນ ບໍ່ໄປຮ່ວມເຈລະຈາສັນຕິພາບກັບອູແກຣນຢູ່ຕວກກີ ສົ່ງຜູ້ຊ່ວຍເຈລະຈາແທນ

          ທໍານຽບເກຣມລິນເຜີຍແຜ່ຖະແຫລງການ ລະບຸລາຍຊື່ຄະນະຜູ້ແທນເຈລະຈາຂອງຣັດເຊຍທີ່ຈະເດີນທາງໄປຮ່ວມການເຈລະຈາສັນຕິພາບກັບອູແກຣນຢູ່ນະຄອນອິສຕັນບູລ ໃນວັນທີ 15 ພຶດສະພາ ໂດຍບໍ່ປາກົດຊື່ຂອງ ປະທານາທິບໍດີ ວະລາດິເມຍ ປູຕິນ ລວມຢູ່ນໍາ ເຖິງວ່າທ່ານຈະເປັນຜູ້ສະເໜີໃຫ້ຈັດການເຈລະຈາໂດຍກົງລະຫວ່າງສອງປະເທດແບບບໍ່ມີເງື່ອນໄຂ ເຊິ່ງຖືເປັນການເຈລະຈາຄັ້ງທໍາອິດໃນຮອບກວ່າ 30 ປີ ນັບແຕ່ຣັດເຊຍເລີ່ມສົງຄາມບຸກອູແກຣນ.           ໂດຍຖະແຫລງການຂອງເກຣມລິນລະບຸຊື່ຂອງທ່ານ ວະລາດິມີ ເມດິນສະກີ…

ທ່ານ ປູຕິນ ຕ້ອນຮັບທ່ານ ອັນວາ ຢ້ຽມຢາມຣັດເຊຍ ຫາລືທະວີພາຄີ ຫວັງຮັດແໜ້ນການພົວພັນກັບອາຊຽນ

ທ່ານ ປູຕິນ ຕ້ອນຮັບທ່ານ ອັນວາ ຢ້ຽມຢາມຣັດເຊຍ ຫາລືທະວີພາຄີ ຫວັງຮັດແໜ້ນການພົວພັນກັບອາຊຽນ

         ນາຍົກລັດຖະມົນຕີ ອັນວາ ອິບຣາຮິມ ຂອງມາເລເຊຍ ພົບປະຫາລືກັບປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ຢູ່ທໍານຽມເກຣມລິນ ນະຄອນຫລວງມົດສະກູ ໃນວັນທີ 14 ພຶດສະພາ ໃນການຢ້ຽມຢາມຣັດເຊຍຢ່າງເປັນທາງການລະຫວ່າງວັນທີ 13-16 ພຶດສະພາ.          ໂດຍທ່ານ ປູຕິນ…

ອາເມລິກາ ແລະ ຈີນ ປະກາດຍົກເລີກພາສີສິນຄ້າທັງສອງຝ່າຍ ເປັນເວລາ 90 ມື້

ອາເມລິກາ ແລະ ຈີນ ປະກາດຍົກເລີກພາສີສິນຄ້າທັງສອງຝ່າຍ ເປັນເວລາ 90 ມື້

ສໍານັກຂ່າວ CNN ລາຍງານວັນທີ 12 ພຶດສະພາ 2025 ຄະນະຜູ້ແທນເຈລະຈາການຄ້າ ຂອງອາເມລິກາ ແລະ ຄະນະຜູ້ແທນເຈລະຈາການຄ້າຂອງຈີນ ຖະແຫລງການຮ່ວມກັນ ໂດຍໄດ້ປະກາດຍົກເລີກພາສີສິນຄ້າຂອງກັນ ແລະ ກັນ ອອກໄປເປັນເວລາ 90 ມື້ ຫລັງຈາກການຫາລືຮ່ວມກັນລະຫວ່າງເຈົ້າໜ້າທີ່ລະດັບສູງຂອງທັງສອງປະເທດ ທີ່ເມືອງເຈນີວາ ປະເທດສະວິດເຊີແລນ….

ເຈົ້າໜ້າທີ່ຕຳຫລວດໄທ ຈັບສາວລາວ ອາຍຸ 23 ປີ ຢູ່ຈັງຫວັດໜອງຄາຍ ລັກຂົນສົ່ງຢາອີ 137,000 ເມັດ

ເຈົ້າໜ້າທີ່ຕຳຫລວດໄທ ຈັບສາວລາວ ອາຍຸ 23 ປີ ຢູ່ຈັງຫວັດໜອງຄາຍ ລັກຂົນສົ່ງຢາອີ 137,000 ເມັດ

ສຳນັກຂ່າວ Khaosod ຂອງໄທລາຍງານວ່າ: ເວລາ 14:30 ນາທີ ຂອງວັນທີ 11 ພຶດສະພາ 2025 ເຈົ້າໜ້າທີ່ດ່ານພາສີ ຈັງຫວັດໜອງຄາຍ ປະເທດໄທ ຮ່ວມກັບໜ່ວຍງານຄວາມໝັ້ນຄົງ ໄດ້ກວດຄົ້ນລົດເກງວີອອດ ປ້າຍກຳແພງນະຄອນ ຢູ່ດ່ານສາກົນຂົວມິດຕະພາບ ໄທ-ລາວ ແຫ່ງທີ 1,…

ທະນາຄານກາງ ຂອງ ສ.ອາເມລິກາ  ຮັກສາອັດຕາດອກເບ້ຍນະໂຍບາຍໄວ້ລະດັບ 4,25%-4,50%

ທະນາຄານກາງ ຂອງ ສ.ອາເມລິກາ  ຮັກສາອັດຕາດອກເບ້ຍນະໂຍບາຍໄວ້ລະດັບ 4,25%-4,50%

ສຳນັກຂ່າວຕ່າງປະເທດລາຍງານວັນທີ 8 ພຶດສະພາ 2025 ຜ່ານມານີ້ວ່າ:  ຄະນະກຳມະການນະໂຍບາຍການເງິນ ຂອງທະນາຄານກາງ ສະຫະລັດ ອາເມລິກາ(FOMC) ມີມະຕິເປັນເອກະພາບກັນ ຍັງຄົງຮັກສາອັດຕາດອກເບ້ຍໄວ້ທີ່ລະດັບ 4,25%-4,50% ຕາມຄາດການໃນກອງປະຊຸມ ເມື່ອບໍ່ດົນມານີ້ ພ້ອມທັງ ເຕືອນຄວາມສ່ຽງດ້ານເງິນເຟີ້ ແລະ ອັດຕາການຫວ່າງງານເລີ່ມມີທ່າອຽງເພີ່ມສູງຂຶ້ນສະທ້ອນໃຫ້ເຫັນຄວາມບໍ່ແນ່ນອນທີ່ເພີ່ມຂຶ້ນໃນເສດຖະກິດປັດຈຸບັນ. ຂະນະທີ່ ທະນາຄານກາງ…

FDI ອະນຸມັດຊຸດກວດ ມະເຮັງປາກມົດລູກ ດ້ວຍຕົນເອງ

FDI ອະນຸມັດຊຸດກວດ ມະເຮັງປາກມົດລູກ ດ້ວຍຕົນເອງ

     ສໍານັກງານຄະນະກໍາມະການອາຫານ ແລະ ຢາຂອງອາເມລິກາ (FDI) ອະນຸມັດຊຸດກວດມະເຮັງປາກມົດລູກຢູ່ເຮືອນ ເພື່ອເປັນທາງເລືອກແທນການກວດແປບສະເມຍໂດຍພະແນກພະຍາດຍິງ.            Teal Vand ເຊິ່ງເປັນຊຸດເກັບຕົວຢ່າງຈາກຊ່ອງຄອດ ທີ່ມີລັກສະນະຄ້າຍຄືຜ້າອະນາໄມແບບສອດ ໄດ້ຮັບການພັດທະນາໂດຍບໍລິສັດ ທີລ ເຮລ ແລະ ມີກໍານົດວາງຈໍາໜ່າຍທາງອອນລາຍ ສໍາລັບຜູ້ທີ່ມີອາຍລະຫວ່າງ 25-65 ປີ…