ເຈົ້າໜ້າທີ່ຕຳຫລວດໄທ ຈັບສາວລາວ ອາຍຸ 23 ປີ ຢູ່ຈັງຫວັດໜອງຄາຍ ລັກຂົນສົ່ງຢາອີ 137,000 ເມັດ

ສຳນັກຂ່າວ Khaosod ຂອງໄທລາຍງານວ່າ: ເວລາ 14:30 ນາທີ ຂອງວັນທີ 11 ພຶດສະພາ 2025 ເຈົ້າໜ້າທີ່ດ່ານພາສີ ຈັງຫວັດໜອງຄາຍ ປະເທດໄທ ຮ່ວມກັບໜ່ວຍງານຄວາມໝັ້ນຄົງ ໄດ້ກວດຄົ້ນລົດເກງວີອອດ ປ້າຍກຳແພງນະຄອນ ຢູ່ດ່ານສາກົນຂົວມິດຕະພາບ ໄທ-ລາວ ແຫ່ງທີ 1, ພົບເຫັນຢາອີ ຢູ່ໃນກະເປົາພາຍ 2 ໜ່ວຍ ແລະ ກະເປົາເປ້ 1 ໜ່ວຍຢູ່ພາຍໃນລົດຄັນດັ່ງກ່າວ.

ຢາອີ ທີ່ພົບຢູ່ໃນກະເປົາມີຈຳນວນທັງໝົດ 139 ຖົງ ມີ 137,000 ເມັດ ມູນຄ່າປະມານ 55 ລ້ານບາດ ຫລື ປະມານ 36 ຕື້ກືບ ດັ່ງນັ້ນເຈົ້າໜ້າຈຶ່ງໄດ້ຄວບຄຸມຕົວເຈົ້າຂອງລົດ ແລະຢຶດຂອງກາງໄວ້.

ຈາການສືບສວນ-ສອບສວນຂອງເຈົ້າໜ້າທີ່ລະບຸວ່າ: ເຈົ້າຂອງລົດຄັນດັ່ງກ່າວຊື່: ນາງ ນ້ຳຫວານ ອາຍຸ 23 ປີ, ສັນຊາດລາວ ຮັບສາລະພາບວ່າໄດ້ຮັບຈ້າງຈາກຊາຍຄົນລາວ ໃຫ້ຂັບລົດນຳຢາໄປສົ່ງຢູ່ບ່ອນຈອດລົດ ຂອງຫ້າງຊັບພະສິນຄ້າ ແຫ່ງໜຶ່ງໃນຕົວເມືອງໜອງຄາຍ ໂດຍຈະໄດ້ຮັບຄ່າຈ້າງ 10,000 ບາດ ເມື່ອເດີນທາງກັບຮອດປະເທດລາວ.

ທີ່ມາ: Khaosod-ข่าวสด