ຄະນະລັດຖະບານອິດສະລາແອນອະນຸມັດແຜນຢຶດຄອງກາຊາ ກຽມອົບພະຍົບຊາວປາແລັສຕິນ 2.1 ລ້ານຄົນໄປທາງພາກໃຕ້
ຄະນະລັດຖະມົນຕີດ້ານຄວາມໝັ້ນຄົງຂອງອິດສະລາແອນມີມະຕິຮັບຮອງແຜນຂະຫຍາຍການບຸກທາງທະຫານຕໍ່ກຸ່ມຮາມັດ ເຊິ່ງລວມທັງການຢຶດຄອງເຂດກາຊາ ແລະ ເຂົ້າຄວບຄຸມດິນແດນດັ່ງກ່າວ. ໂດຍນາຍົກລັດຖະມົນຕີ ເບັນຈາມິນ ເນທັນຢາຮູ ຂອງອິດສະລາແອນ ເປີດເຜີຍວ່າ: ຄະນະລັດຖະມົນຕີຄວາມໝັ້ນຄົງຂອງອິດສະລາແອນຕັດສິນໃຈໃຊ້ປະຕິບັດການຮຸນແຮງ ເພື່ອທໍາລາຍກຸ່ມຮາມັດ ແລະ ຊ່ວຍເຫລືອຕົວປະກັນທີ່ເຫລືອຢູ່. ຂະນະທີ່ຊາວປາແລັສຕິນ 2.1 ລ້ານຄົນຢູ່ເຂດກາຊາ ຈະຕ້ອງອົບພະຍົບໄປທາງພາກໃຕ້ຂອງກາຊາ ເຊິ່ງທ່ານ ເນທັນຢາຮູ ອ້າງວ່າເປັນການອົບພະຍົບເພື່ອປົກປ້ອງຊີວິດຂອງພວກເຂົາ….










