ອາເມລິກາ ແລະ ຈີນ ປະກາດຍົກເລີກພາສີສິນຄ້າທັງສອງຝ່າຍ ເປັນເວລາ 90 ມື້

ສໍານັກຂ່າວ CNN ລາຍງານວັນທີ 12 ພຶດສະພາ 2025 ຄະນະຜູ້ແທນເຈລະຈາການຄ້າ ຂອງອາເມລິກາ ແລະ ຄະນະຜູ້ແທນເຈລະຈາການຄ້າຂອງຈີນ ຖະແຫລງການຮ່ວມກັນ ໂດຍໄດ້ປະກາດຍົກເລີກພາສີສິນຄ້າຂອງກັນ ແລະ ກັນ ອອກໄປເປັນເວລາ 90 ມື້ ຫລັງຈາກການຫາລືຮ່ວມກັນລະຫວ່າງເຈົ້າໜ້າທີ່ລະດັບສູງຂອງທັງສອງປະເທດ ທີ່ເມືອງເຈນີວາ ປະເທດສະວິດເຊີແລນ.

ຕາມການຖະແຫລງລະບຸວ່າ: ພາຍໃນວັນທີ 14 ພຶດສະພາ 2025 ສະຫະລັດອາເມລິກາ ຈະຫລຸດພາສີນໍາເຂົ້າສິນຄ້າຈາກຈີນຊົ່ວຄາວຈາກ 145% ເຫລືອ 30%; ພ້ອມດຽວກັນ ຈີນ ກໍຈະຫລຸດພາສີນໍາເຂົ້າສິນຄ້າຈາກສະຫະລັດອາເມລິກາ ຈາກ 125% ເຫລືອ 10% ເຊັ່ນດຽວກັນ. ທັງສອງຝ່າຍຍັງໄດ້ຕົກລົງ ທີ່ຈະສ້າງກົນໄກໃນການດໍາເນີນການເຈລະຈາຄວາມສໍາພັນທາງເສດຖະກິດ ແລະ ການຄ້າຕໍ່ໄປ.

ຫລັງຈາກການເຈລະຈາການຄ້າຂອງທັງສອງປະເທດ ສົ່ງຜົນໃຫ້ຕະຫລາດຫຸ້ນທົ່ວໂລກປັບຕົວຂຶ້ນຢ່າງເຫັນໄດ້ຊັດ, ຄ່າເງິນຢວນຂອງຈີນແຂງຄ່າຂຶ້ນໃນຮອບ 6 ເດືອນ ແລະ ລາຄານໍ້າມັນດິບເບຣນ(Brent crude) ເຊິ່ງເປັນລາຄາອ້າງອີງນໍ້າມັນໂລກກໍປັບຕົວສູງຂຶ້ນ 2.8% .