ທ່ານ ປູຕິນ ບໍ່ໄປຮ່ວມເຈລະຈາສັນຕິພາບກັບອູແກຣນຢູ່ຕວກກີ ສົ່ງຜູ້ຊ່ວຍເຈລະຈາແທນ

          ທໍານຽບເກຣມລິນເຜີຍແຜ່ຖະແຫລງການ ລະບຸລາຍຊື່ຄະນະຜູ້ແທນເຈລະຈາຂອງຣັດເຊຍທີ່ຈະເດີນທາງໄປຮ່ວມການເຈລະຈາສັນຕິພາບກັບອູແກຣນຢູ່ນະຄອນອິສຕັນບູລ ໃນວັນທີ 15 ພຶດສະພາ ໂດຍບໍ່ປາກົດຊື່ຂອງ ປະທານາທິບໍດີ ວະລາດິເມຍ ປູຕິນ ລວມຢູ່ນໍາ ເຖິງວ່າທ່ານຈະເປັນຜູ້ສະເໜີໃຫ້ຈັດການເຈລະຈາໂດຍກົງລະຫວ່າງສອງປະເທດແບບບໍ່ມີເງື່ອນໄຂ ເຊິ່ງຖືເປັນການເຈລະຈາຄັ້ງທໍາອິດໃນຮອບກວ່າ 30 ປີ ນັບແຕ່ຣັດເຊຍເລີ່ມສົງຄາມບຸກອູແກຣນ.

          ໂດຍຖະແຫລງການຂອງເກຣມລິນລະບຸຊື່ຂອງທ່ານ ວະລາດິມີ ເມດິນສະກີ (Vladimir Medinsky) ທີ່ປຶກສາປະທານາທິບໍດີ ແລະ ທ່ານ ອາເລັກຊານເດີ ໂຟມິນ (Alexander Fomin) ຮອງລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ໃນຄະນະຜູ້ແທນເຈລະຈາ.

         ກ່ອນໜ້ານີ້ປະທານາທິບໍດີ ໂວໂລດິເມຍ ເຊເລນສະກີ ຂອງອູແກຣນ ຮຽກຮ້ອງໃຫ້ທ່ານ ປູຕິນ ເຂົ້າຮ່ວມເຈລະຈາດ້ວຍຕົນເອງ ແລະ ຢືນຢັນວ່າທ່ານຈະເຂົ້າຮ່ວມການເຈລະຈາກໍຕໍ່ເມື່ອທ່ານ ປູຕິນ ເຂົ້າຮ່ວມ ເຊິ່ງທ່ານສະແດງຄວາມຕ້ອງການຢ່າງຈິງຈັງທີ່ຈະພົບປະຫາລືກັບທ່ານ ປູຕິນ ແບບສ່ວນຕົວ.

          ເຖິງຢ່າງໃດກໍຕາມ, ລາຍງານຈາກເຈົ້າໜ້າທີ່ລັດຖະບານອູແກຣນເປີດເຜີຍວ່າ: ຕອນນີ້ທ່ານ ເຊເລນສະກີ ກໍາລັງຢູ່ລະຫວ່າງເດີນທາງໄປຕວກກີ ແລະ ມີກໍານົດພົບປະຫາລືກັບປະທານາທິບໍດີ ເຣເຈບ ໄຕຢິບ ແອຣໂດອັນ ຢູ່ນະຄອນຫລວງອັງກາຣາ.

           ຂະນະທີ່ທ່ານ ປູຕິນ ແລະ ທ່ານ ເຊເລນສະກີ ບໍ່ໄດ້ພົບກັນແບບສ່ວນຕົວນັບແຕ່ເດືອນທັນວາ 2019 ໂດຍຣັດເຊຍ ແລະ ອູແກຣນໄດ້ເຈລະຈາກັບໂດຍກົງຄັ້ງສຸດທ້າຍໃນເດືອນມີນາ 2022 ຢູ່ອິສຕັນບູລ ພຽງບໍ່ດົນຫລັງຈາກມົດສະກູເລີ່ມສົ່ງທະຫານຮຸກຮານອູແກຣນເຕັມຮູບແບບ.

ອ້າງອີງ: