ທະນາຄານກາງ ຂອງ ສ.ອາເມລິກາ ຮັກສາອັດຕາດອກເບ້ຍນະໂຍບາຍໄວ້ລະດັບ 4,25%-4,50%

ສຳນັກຂ່າວຕ່າງປະເທດລາຍງານວັນທີ 8 ພຶດສະພາ 2025 ຜ່ານມານີ້ວ່າ: ຄະນະກຳມະການນະໂຍບາຍການເງິນ ຂອງທະນາຄານກາງ ສະຫະລັດ ອາເມລິກາ(FOMC) ມີມະຕິເປັນເອກະພາບກັນ ຍັງຄົງຮັກສາອັດຕາດອກເບ້ຍໄວ້ທີ່ລະດັບ 4,25%-4,50% ຕາມຄາດການໃນກອງປະຊຸມ ເມື່ອບໍ່ດົນມານີ້ ພ້ອມທັງ ເຕືອນຄວາມສ່ຽງດ້ານເງິນເຟີ້ ແລະ ອັດຕາການຫວ່າງງານເລີ່ມມີທ່າອຽງເພີ່ມສູງຂຶ້ນສະທ້ອນໃຫ້ເຫັນຄວາມບໍ່ແນ່ນອນທີ່ເພີ່ມຂຶ້ນໃນເສດຖະກິດປັດຈຸບັນ.
ຂະນະທີ່ ທະນາຄານກາງ ສະຫະລັດ ອາເມລິກາ (Fed) ຜະເຊີນກັບ ຄວາມທ້າທາຍ ຈາກນະໂຍບາຍ ພາສີ ຂອງ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສະຫະລັດ ອາເມລິກາ ເຮັດໃຫ້ເກີດ ຄວາມບໍ່ແນນອນ ໃນສະພາບການ ເສດຖະກິດໂລກ.
ທີ່ມາ: ປະເທດລາວ

