ປາກິດສະຖານຕອບໂຕ້ການໂຈມຕີອິນເດຍ ເລີ່ມປະຕິບັດການທະຫານ
ຝ່າຍປະຊາສໍາພັນຂອງກອງທັບປາກິດສະຖານ (Inter-Services Public Relations – ISPR) ປະກາດວ່າ: ປາກິດສະຖານໄດ້ເລີ່ມໂຈມຕີຕອບໂຕ້ປະຕິບັດການທາງທະຫານຂອງອິນເດຍທີ່ເກີດຂຶ້ນໃນວັນທີ 7 ພຶດສະພາຜ່ານມາ ໂດຍເລີ່ມປະຕິບັດການທະຫານ Bunyan Marsoos. ພ້ອມກ່າວວ່າໄດ້ໂຈມຕີຖານທັບອາກາດຢູ່ເມືອງອຸທໍາປູ (Udhampur) ແລະ ສະໜາມບິນໃນເມືອງປາຕັງກົດ (Pathankot) ຂອງອິນເດຍໄດ້ສໍາເລັດ….










