ເຈົ້າອາວາດວັດດັງຢູ່ໄທຖືກສັ່ງປົດ ແລະ ດໍາເນີນຄະດີຍ້ອນສໍ້ໂກງເງິນວັດໄປຫລິ້ນພະນັນອອນລາຍ

ສຳນັກຂ່າວ ໄທຣັດ ອອນລາຍ ປະເທດໄທລາຍງານ ວັນທີ 15 ພຶດສະພາ 2025ນີ້ວ່າ: ພຣະທໍາມະວິຊິຣານຸວັດ ເຈົ້າອາວາດວັດໄຮ່ຂີງ ຈັງຫວັດນະຄອນປະຖົມ ປະເທດໄທ ຕຳແໜ່ງເຈົ້າຄະນະພາກ 14 ຖືກສັ່ງປົດຈາກຕໍາແໜ່ງ, ຫລັງຈາກຖືກດໍາເນີນຄະດີໃນຄວາມຜິດຂໍ້ຫາສໍ້ໂກງເງິນວັດ ແລະ ພົວພັນພະນັນອອນລາຍ ພົບຫລັກຖານເບື້ອງຕົ້ນຈໍານວນ 300 ລ້ານບາດ ຫລື ປະມານເກືອບ 200 ຕື້ກີບ.
ເບື້ອງຕົ້ນເຈົ້າໜ້າທີ່ໄດ້ຮັບລາຍງານວ່າ ພຣະທໍາມະວິຊິຣານຸວັດ ເຊິ່ງ ເປັນເຈົ້າອາວາດວັດໄຮ່ຂີງ ແລະ ມີຕໍາແໜ່ງເປັນເຈົ້າຄະນະພາກ 14 ມີພຶດຕິກໍາສໍ້ໂກງເງິນວັດໄປຫລິ້ນພະນັນອອນລາຍ, ທາງເຈົ້າໜ້າທີ່ຈຶ່ງໄດ້ແຝງຕົວເຂົ້າໄປໃນວັດ ດົນກວ່າ 8 ເດືອນ ຈຶ່ງສາມາດພິສູດໄດ້ຊັດເຈນວ່າພະອົງດັ່ງກ່າວເປັນ ໄປຕາມທີ່ຖືກລາຍງານມາ.
ຈາກການກວດສອບເສັ້ນທາງການເງິນບັນຊີທະນາຄານວັດໄຮ່ຂີງ ພົບວ່າ ນັບແຕ່ປີ 2021 ຈົນຮອດປັດຈຸບັນ ມີຍອດເງິນຖືກໂອນອອກໄປໃສ່ບັນຊີທະນາຄານສ່ວນບຸກຄົນຂອງພຣະທໍາມະວິຊິຣານຸວັດ ຈໍານວນຫລາຍຄັ້ງ ລວມຍອດເງິນຫຼາຍກວ່າ 300 ລ້ານບາດ. ນອກນັ້ນເຈົ້າໜ້າທີ່ຍັງພົບວ່າ ບັນຊີສ່ວນບຸກຄົນ ມີຄວາມເຊື່ອມໂຍງກັບເວັບພະນັນອອນລາຍ ເຊິ່ງມີທັງໄດ້ ແລະ ເສຍ ໝູນວຽນເຂົ້າອອກທັງໝົດບໍ່ຕໍ່າກວ່າ 500 ລ້ານບາດ.
ນອກຈາກນີ້ ເຈົ້າໜ້າທີ່ຍັງສືບຮູ້ວ່າ ພາຍຫລັງຍອດເງິນໃນບັນຊີຂອງວັດ ເລີ່ມໜ້ອຍລົງ ພຣະທໍາມະວິຊິຣານຸວັດ ຈຶ່ງເລີ່ມຫັນໄປຢືມເງິນພຣະຜູ້ໃຫຍ່ວັດອື່ນໆທີ່ສະໜິດສະໜົມກັນ ເພື່ອນໍາມາຫລິ້ນພະນັນ.
ເນື່ອງຈາກເຈົ້າອາວາດວັດໄຮ່ຂີງ ມີຕໍາແໜ່ງທາງການປົກຄອງເປັນເຈົ້າຄະນະພາກ 14 ຈຶ່ງຖືກປົດ ໃຫ້ພົ້ນຈາກຕໍາແໜ່ງ ພ້ອມລາສິກຂາ ປັດຈຸບັນເຈົ້າໜ້າທີ່ເລັ່ງຈັດຕັ້ງຄະນະສອບສວນລາຍລະອຽດເພື່ອດຳເນີນຄະດີໃນຂັ້ນຕອນຕໍ່ໄປ.

