ໄຟໄໝ້ໂຮງງານຜະລິດຢາງຕີນລົດລາຍໃຫຍ່ ຢູ່ ສ.ເກົາຫລີ

ສໍານັກຂ່າວຣອຍເຕີລາຍງານວັນທີ 17 ພຶດສະພາ 2025 ເວລາປະມານ 7:11 ໂມງ ເກີດເຫດໄຟໄໝ້ໂຮງງານຜະລິດຢາງຕີນລົດ Kumho Tire ໃນເມືອງກວາງຈູ ສ.ເກົາຫລີ ມີຜູ້ບາດເຈັບເບື້ອງຕົ້ນ 3 ຄົນ.

ປັດຈຸບັນຍັງບໍ່ສາມາດຄຸມໄຟໄດ້, ໜ່ວຍງານມອດໄຟຄາດຄະເນວ່າ ອາດໃຊ້ເວລາຫລາຍຊົ່ວໂມງໃນການມອດໄຟ ເນື່ອງຈາກມີຢາງດິບຫລາຍໂຕນທີ່ເກັບມ້ຽນໄວ້ໃນໂຮງງານ ແລະ ສັນນິຖານວ່າອາດເກີດມາຈາກອຸປະກອນທີ່ໃຊ້ສໍາລັບໃຫ້ຄວາມຮ້ອນຢາງດິບ.

ເບື້ອງຕົ້ນໂຄສົກຂອງບໍລິສັດ Kumho Tire ໄດ້ອອກມາເປີດເຜີຍຕໍ່ລູກຄ້າວ່າ ຈະເພີ່ມກໍາລັງການຜະລິດ ຢູ່ໂຮງງານອື່ນໃນຫລາຍແຫ່ງທົ່ວປະເທດ ເພື່ອທົດແທນຜົນຜະລິດທີ່ເສຍໄປ.

