ປະທານປະເທດແຫ່ງ ສປປ ລາວ ສົ່ງສານອວຍພອນ ເຖິງປະທທານາທິບໍດີອິນໂດເນເຊຍ ເນື່ອງໃນວັນຊາດອິນໂດເນເຊຍຄົບຮອບ 80 ປີ

ວັນທີ 17 ສິງຫາ 2025 ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານອວຍພອນເຖິງ ພະນະທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ທີ່ ຈາກາກຕາ ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ແລະ ປະຊາຊົນອິນໂດເນເຊຍເພື່ອນມິດທຸກຖ້ວນໜ້າເນື່ອງໃນໂອກາດວັນຊາດແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບ ຮອບ 80 ປີ.

ຂ້າພະເຈົ້າ ຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫຼວງໃນການສ້າງສາພັດທະນາປະເທດຊາດຂອງ ອິນໂດເນເຊຍ ໃນຕະຫຼອດໄລຍະ 8 ທົດສະຕະວັດທີ່ຜ່ານມາ ຊຶ່ງເຮັດໃຫ້ ອິນໂດເນເຊຍ ມີບົດບາດ ນັບມື້ພົ້ນເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນອາຊຽນ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນສະໜິດແໜ້ນລະຫວ່າງລາວ-ອິນໂດເນເຊຍທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນໃຫ້ ພະນະທ່ານ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ວຽກງານອັນມີກຽດສູງສົ່ງຂອງ ພະນະທ່ານ ແລະ ປະຊາຊົນ ອິນໂດເນເຊຍເພື່ອນມິດ ຈົງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນາຖາວອນສືບຕໍ່ໄປ.

ໃນໂອກາດດຽວກັນ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເຊັ່ນດຽວກັນ.