ສະພາອີຣານລົງມະຕິຢຸດການຮ່ວມມື IAEA ຕອບໂຕ້ເຫດໂຈມຕີໂຮງງານນິວເຄຼຍ

ລັດຖະສະພາອີຣານມີມະຕິເຫັນພ້ອມໃນວັນທີ 25 ມິຖຸນາ ໃຫ້ຢຸດການຮ່ວມມືກັບອົງການພະລັງງານປະລະມານູສາກົນ (IAEA) ເພື່ອຕອບໂຕ້ກໍລະນີອິດສະລາແອນ ແລະ ອາເມລິກາ ໂຈມຕີໂຮງງານນິວເຄຼຍຂອງອີຣານໃນໄລຍະສົງຄາມ 12 ວັນທີ່ຜ່ານມາ ຕາມການລາຍງານຈາກສະຖານີໂທລະພາບຂອງລັດ.
ທ່ານ ໂມຮໍາໝັດ ບາເກ ກາລິບາບ ປະທານລັດຖະສະພາອີຣານ ກ່າວວ່າ: IAEA ໄດ້ທໍາລາຍຄວາມໜ້າເຊື່ອຖືຂອງຕົນເອງໃນເວທີໂລກ ດ້ວຍການບໍ່ອອກມາປະນາມການໂຈມຕີໂຮງງານນິວເຄຼຍຂອງອີຣານ, ພ້ອມປະກາດວ່າ: “ອົງການພະລັງງານປະລະມານູແຫ່ງອີຣານຈະຢຸດການຮ່ວມມືກັບ IAEA ຈົນກວ່າຄວາມປອດໄພຂອງໂຮງງານນິວເຄຼຍຈະໄດ້ຮັບການຮັບປະກັນ”.

