ພາຍຸເຂດຮ້ອນໂພດຸລຖະຫລົ່ມພາກໃຕ້ຈີນ ຝົນຖະຫລົ່ມຈົນຕ້ອງປິດໂຮງໝໍ-ສານ-ໂຮງຮຽນ

              ພາຍຸເຂດຮ້ອນໂພດຸລ (Podul) ເຮັດໃຫ້ເກີດຝົນຕົກໜັກທາງພາກໃຕ້ຂອງຈີນໃນວັນທີ 14 ສິງຫາ ແລະ ສົ່ງຜົນກະທົບຕໍ່ໂຮງໝໍ, ໂຮງຮຽນ ແລະ ສານຢູ່ຮົງກົງ ພາຍຫລັງພາຍຸດັ່ງກ່າວໄດ້ພັດຖະຫລົ່ມໄຕ້ຫວັນໃນວັນທີ 13 ສິງຫາ ຈົນເຮັດໃຫ້ມີຜູ້ບາດເຈັບ 143 ຄົນ.

              ການພິຈາລະນາຄະດີຂອງທ່ານ ຈິມມີ ໄລ ນັກທຸລະກິດສື່ຮົງກົງ ແລະ ຜູ້ສະໜັບສະໜູນປະຊາທິປະໄຕ ໄດ້ຖືກຍົກເລີກ ເນື່ອງຈາກທາງການປະກາດເຕືອນພາຍຸຝົນລະດັບສີດໍາ ເຊິ່ງເປັນລະດັບສູງສຸດ. ຂະນະທີ່ຜູ້ສະໜັບສະໜູນຖືກຄັນຮົ່ມຢູ່ທາງນອກສານ. ສ່ວນຄລີນິກເຂດນອກປິດເຮັດວຽກຈົນຮອດເວລາ 14:00 ໂມງ ຕາມເວລາທ້ອງຖິ່ນ ແລະ ໂຮງຮຽນປິດໝົດມື້.

             ສະໜາມບິນໃນພາກພື້ນລາຍງານອັດຕາການຍົກເລີກຖ້ຽວບິນໃນຕອນເຊົ້າປະມານ 20% ຕາມຂໍ້ມູນຈາກ Flightmaster. ຂະນະທີ່ພາຍຸໂພດຸລເຮັດໃຫ້ມົນທົນກວາງຕຸ້ງ, ຫູໜານ ແລະ ຈຽງຊີ ມີຝົນຕົກຫລາຍກວ່າ 70ມມ ຕໍ່ຊົ່ວໂມງ.

             ຫລາຍກວ່າ 1 ໃນ 3 ຂອງຖ້ຽວບິນໄປເມືອງສຽນໂຈ ເຊິ່ງເປັນສູນກາງການສົ່ງອອກອຸດສາຫະກໍາຕັດຫຍິບ, ເກີບ ແລະ ເຄື່ອງແຕ່ງກາຍ ໄດ້ຖືກຍົກເລີກ. ຂະນະທີ່ນັກວິເຄາະເຕືອນວ່າ: ເຫດການສະພາບອາກາດແບບນີ້ກໍາລັງເປັນໄພຕໍ່ການເຕີບໃຫຍ່ຂອງເສດຖະກິດຈີນ.

               ທັງນີ້, ພາຍຸໂພດຸລພັດຂຶ້ນຝັ່ງມົນທົນຝູຈ້ຽນທາງຕາເວັນອອກສຽງໃຕ້ຂອງຈີນເມື່ອເວລາ 00:30 ໂມງ ຕາມເວລາທ້ອງຖິ່ນ ໂດຍອ່ອນກໍາລັງຈາກພາຍຸໄຕ້ຝຸ່ນເປັນພາຍຸເຂດຮ້ອນ ຫລັງພັດຖະຫລົ່ມໄຕ້ຫວັນໃນວັນທີ 13 ສິງຫາ ດ້ວຍຄວາມໄວລົມສູງສຸດ 191 ກມ/ຊມ.