GDP ຫວຽດນາມເພີ່ມຂຶ້ນ 7.96% ໃນ Q2
ຄວາມກັງວົນກ່ຽວກັບທ່າອ່ຽງເສດຖະກິດຂອງຫວຽດນາມໃນຖານະສູນກາງການຜະລິດຂອງອາຊີຕາເວັນອອກສຽງໃຕ້ເພີ່ມສູງຂຶ້ນກ່ອນອາເມລິກາປະກາດຂໍ້ຕົກລົງການຄ້າໃນວັນທີ 2 ກໍລະກົດ ໂດຍສະເພາະເນື່ອງຈາກອາເມລິກາເປັນຕະຫລາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ. ເຖິງຢ່າງໃດກໍຕາມ, ຂໍ້ມູນຈາກລັດຖະບານຫວຽດນາມລະບຸວ່າ: ເສດຖະກິດຂອງປະເທດຂະຫຍາຍຕົວໃນອັດຕາທີ່ໄວຂຶ້ນໃນໄຕມາດທີ 2 ຂອງປີນີ້ ໂດຍໄດ້ຮັບແຮງໜຸນຈາກການສົ່ງອອກທີ່ແຂງແຮງ ເຊິ່ງຖືເປັນສັນຍານບວກທີ່ເກີດຂຶ້ນພຽງບໍ່ເທົ່າໃດວັນ ຫລັງຈາກປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ປະກາດວ່າຈະເກັບພາສີສິນຄ້າຈາກຫວຽດນາມໃນອັດຕາ 20% ເຊິ່ງຕໍ່າກວ່າທີ່ເຄີຍຂູ່ໄວ້ກ່ອນໜ້ານີ້….










