ອີຣານເຜີຍໃຫ້ຣັດເຊຍໃຊ້ຖານທັບທະຫານໄດ້ໃນບາງກໍລະນີ
ທ່ານ ໂມຮຳໝັດ ຈາວັດ ຊາຣີບ ລັດຖະມົນຕີຕ່າງປະເທດອີຣານ ກ່າວໃນວັນທີ 28 ມີນານີ້ວ່າ: ຣັດເຊຍສາມາດໃຊ້ຖານທັບທະຫານອີຣານ ເພື່ອປາບປາມກຸ່ມກໍ່ການຮ້າຍຢູ່ຊີຣີໄດ້ເປັນບາງກໍລະນີ.
ທ່ານ ຊາຣີບ ກ່າວວ່າ: ບັນຫາໃນພາກພື້ນ ເຊິ່ງລວມທັງສະຖານະການຢູ່ຊີຣີຈະເປັນຫົວຂໍ້ຫາລືໃນກອງປະຊຸມຢູ່ທຳນຽບເຄຣມລິນຂອງຣັດເຊຍ ໂດຍມີຄະນະຜູ້ແທນລະດັບສູງຂອງອີຣານ ລວມທັງປະທານາທິບໍດີ ຮັດຊັນ ໂຣວຮານີ ຂອງອີຣານ ເຊິ່ງເດີນທາງຮອດນະຄອນຫຼວງມົດສະກູໃນວັນທີ 27 ມີນາ ເຂົ້າຮ່ວມນຳ. ຣັດເຊຍ ແລະ ອີຣານ ເປັນພັນທະມິດສຳຄັນຂອງປະທານາທິບໍດີ ບາຊາ ອານ ອັດຊັດ ແຫ່ງຊີຣີ ໂດຍມີບົດບາດສຳຄັນໄລຍະ 18 ເດືອນຜ່ານມາ ໃນການປີ້ນສະຖານະການໃຫ້ຝ່າຍທ່ານ ອັດຊາດ ໄດ້ປຽບໃນຄວາມຂັດແຍ່ງຢູ່ຊີຣີ, ເຮືອບິນຮົບຣັດເຊຍໄດ້ໃຊ້ຖານທັບອາກາດຢູ່ອີຣານໃນປະຕິບັດການໂຈມຕີເປົ້າໝາຍກຸ່ມຕິດອາວຸດຢູ່ຊີຣີໃນລະດູຮ້ອນຜ່ານມາ. ຖືເປັນເທື່ອທຳອິດທີ່ກອງກຳລັງຕ່າງປະເທດໄດ້ໃຊ້ຖານທັບອີຣານນັບແຕ່ສົງຄາມໂລກຄັ້ງທີ 2.

