ແຫລ່ງຂ່າວ CNN ເຜີຍ ອາເມລິກາເຈລະຈາກັບອີຣານ ສະເໜີໂຄງການນິວເຄຼຍພົນລະເຮືອນ ບໍ່ເພີ່ມປະສິດທິພາບຢູເຣນຽມ

          ສໍານັກຂ່າວ CNN ລາຍງານວ່າ: ລັດຖະບານອາເມລິກາພາຍໃຕ້ການນໍາຂອງທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ໄດ້ຫາລືເຖິງຄວາມເປັນໄປໄດ້ໃນການຊ່ວຍໃຫ້ອີຣານເຂົ້າເຖິງເງິນທຶນສູງເຖິງ 30,000 ລ້ານໂດລາສະຫະລັດ ເພື່ອສ້າງໂຄງການນິວເຄຼຍເພື່ອໃຊ້ໃນພາກພົນລະເຮືອນ ໂດຍຫລຸດຜ່ອນມາດຕະການຂວໍ້າບາດ ແລະ ປົດລັອກເງິນທຶນອີຣານທີ່ຖືກຈໍາກັດ ເຊິ່ງເປັນຄວາມພະຍາຍາມຮີບດ່ວນທີ່ຈະດຶງອີຣານກັບເຂົ້າສູ່ໂຕະເຈລະຈາ.

           ແຫລ່ງຂ່າວ CNN ເປີດເຜີຍວ່າ: ຜູ້ແທນອາເມລິກາ ແລະ ຕາເວັນອອກກາງ ໄດ້ເຈລະຈາລັບກັບອີຣານ ເຖິງວ່າໃນໄລຍະເກີດການໂຈມຕີທາງທະຫານລະຫວ່າງອີຣານ ແລະ ອິດສະລາແອນໃນໄລຍະສອງອາທິດຜ່ານມາ ແລະ ການເຈລະຈາຍັງດໍາເນີນຕໍ່ ພາຍຫລັງຂໍ້ຕົກລົງຢຸດຍິງມີຜົນບັງຄັບໃຊ້.

           ເຈົ້າໜ້າທີ່ລະດັບສູງຂອງອາເມລິກາ ລະບຸວ່າ: ມີຫລາຍຂໍ້ສະເໜີທີ່ຍັງຢູ່ໃນຂັ້ນຕົ້ນ ແລະ ປ່ຽນແປງໄດ້, ແຕ່ມີເງື່ອນໄຂສໍາຄັນທີ່ບໍ່ສາມາດປ່ຽນແປງໄດ້ຄື: ອີຣານຕ້ອງບໍ່ເພີ່ມປະສິດທິພາບການຜະລິດຢູເຣນຽມທີ່ໃຊ້ໃນນິວເຄຼຍ ເຊິ່ງອີຣານຢືນຢັນວ່າຈໍາເປັນຕ້ອງມີ. ເຖິງຢ່າງໃດກໍຕາມ, ຮ່າງຂໍ້ສະເໜີເບື້ອງຕົ້ນສະບັບໜຶ່ງມີແຮງຈູງໃຈຫລາຍປະການ ເຊິ່ງເປັນປະໂຫຍດສໍາລັບອີຣານ.

ຂໍ້ສະເໜີໃນການເຈລະຈາລັບມີຫຍັງແດ່ ?

          ລາຍລະອຽດບາງສ່ວນຖືກຫາລືໃນກອງປະຊຸມລັບຫລາຍຊົ່ວໂມງລະຫວ່າງທ່ານ ສະຕີບ ວິດຄອບ ທູດພິເສດອາເມລິກາປະຈໍາຕາເວັນອອກກາງກັບພັນທະມິດອ່າວອາຣັບຢູ່ທໍານຽບຂາວ ກ່ອນການໂຈມຕີທາງທະຫານຂອງອາເມລິກາຕໍ່ອີຣານ ໂດຍໜຶ່ງໃນຂໍ້ສະເໜີສໍາຄັນຄື ການລົງທຶນປະມານ 2-3 ໝື່ນລ້ານໂດລາສະຫະລັດ ໃນໂຄງການນິວເຄຼຍພົນລະເຮືອນທີ່ບໍ່ເພີ່ມປະສິດທິພາບຢູເຣນຽມ ເຊິ່ງເງິນທຶນນີ້ຈະບໍ່ໄດ້ມາຈາກອາເມລິກາໂດຍກົງ, ແຕ່ຈະມາຈາກບັນດາປະເທດພັນທະມິດອ້ອມອ່າວອາຣັບ. ຂໍ້ສະເໜີນີ້ເຄີຍຖືກຫາລືໃນຮອບເຈລະຈານິວເຄຼຍກັບອີຣານກ່ອນໜ້ານີ້ເຊັ່ນດຽວກັນ.

            ຂະນະທີ່ແຮງຈູງໃຈອື່ນໆ ໄດ້ແກ່ ການຍົກເລີກບາງມາດຕະການຂວໍ້າບາດ ແລະ ອະນຸຍາດໃຫ້ອີຣານເຂົ້າເຖິງເງິນ 6 ພັນລ້ານໂດລາ ທີ່ຖືກຈໍາກັດໃນບັນຊີທະນາຄານຕ່າງປະເທດ, ການໃຫ້ພັນທະມິດອ່າວອາຣັບຈ່າຍເງິນຟື້ນຟູ ເພື່ອແທນໂຄງການນິວເຄຼຍທີ່ຟໍໂດ ເຊິ່ງຖືກກອງທັບອາເມລິກາຖະຫລົ່ມໂຈມຕີ ດ້ວຍໂຄງການນິວເຄຼຍພົນລະເຮືອນທີ່ບໍ່ເພີ່ມປະສິດທິພາບຢູເຣນຽມ, ແຕ່ຍັງບໍ່ແນ່ນອນວ່າ: ອີຣານຈະໃຊ້ສະຖານທີ່ນີ້ໄດ້ ຫລື ບໍ່ ແລະ ຂໍ້ສະເໜີນີ້ໄດ້ຮັບການພິຈາລະນາຢ່າງຈິງຈັງຫລາຍໜ້ອຍຊໍ່າໃດ.

          ເຖິງຢ່າງໃດກໍຕາມ, ທ່ານ ວິດຄອບ ລະບຸວ່າ: ອາເມລິກາກໍາລັງຊອກຫາຂໍ້ຕົກລົງສັນຕິພາບທີ່ຄວບຄຸມ ແລະ ເນັ້ນວ່າ: ຂໍ້ສະເໜີທັງໝົດເນັ້ນຢຸດອີຣານບໍ່ໃຫ້ມີອາວຸດນິວເຄຼຍ.

           ໂດຍທ່ານ ທຣໍາ ກ່າວວ່າ: ອາເມລິກາ ແລະ ອີຣານອາດເຈລະຈາກັນໃນອາທິດໜ້າ. ຂະນະທີ່ທ່ານ ອັບບາສ ອາຣັກຊີ ລັດຖະມົນຕີຕ່າງປະເທດອີຣານ ລະບຸວ່າ: ຍັງບໍ່ມີແຜນຈະເຈລະຈາກັບອາເມລິກາຮອບໃໝ່.

           ເຖິງວ່າທ່ານ ທຣໍາ ຈະສະແດງທ່າທີ່ບໍ່ເຫັນພ້ອມເຖິງຄວາມຈໍາເປັນຂອງການມີຂໍ້ຕົກລົງນິວເຄຼຍກັບອີຣານ, ແຕ່ທີ່ປຶກສາດ້ານຄວາມໝັ້ນຄົງບາງຄົນເຊື່ອວ່າ: ການເຈລະຈາຂໍ້ຕົກລົງໄລຍະຍາວຈະຊ່ວຍໃຫ້ຂໍ້ຕົກລົງຢຸດຍິງມີຄວາມຍືນຍົງຂຶ້ນ ເຊິ່ງຂໍ້ສະເໜີທີ່ໄດ້ຈາກກອງປະຊຸມລັບຍັງໄດ້ຮັບການຫາລືກັບຄົນກາງໃນພາກພື້ນ ໂດຍສະເພາະກາຕາ ເຊິ່ງມີບົດບາດສໍາຄັນໃນການເຈລະຈາຢຸດຍິງລະຫວ່າງອິດສະລາແອນ ແລະ ອີຣານ ແລະ ຈະເຮັດວຽກຮ່ວມກັບອາເມລິກາ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມຮຸນແຮງຂຶ້ນອີກ.

          ລັດຖະບານທ່ານ ທຣໍາ ຫວັງວ່າ: ເຫດການໃນໄລຍະສອງອາທິດຜ່ານມາ ຈະເຮັດໃຫ້ອີຣານຍອມຮັບເງື່ອນໄຂຂອງອາເມລິກາ ແລະ ຢຸດຄວາມພະຍາຍາມທີ່ອາດນໍາໄປສູ່ການພັດທະນາອາວຸດນິວເຄຼຍ. ເຖິງຢ່າງໃດກໍຕາມ, ຜູ້ຊ່ຽວຊານອີຣານເຕືອນວ່າ: ປັດຈຸບັນ ລັດຖະບານອີຣານອາດຕັດສິນໃຈວ່າ: “ຕ້ອງມີອາວຸດນິວເຄຼຍ” ໂດຍໃນຕົ້ນອາທິດຜ່ານມາ ລັດຖະສະພາອີຣານໄດ້ຜ່ານກົດໝາຍຢຸດການຮ່ວມມືກັບອົງການພະລັງງານປະລະມານູຂອງສະຫະປະຊາຊາດ (IAEA) ເຊິ່ງບົ່ງຊີ້ເຖິງຄວາມຕ້ອງການປົກປິດໂຄງການນິວເຄຼຍເພີ່ມຂຶ້ນ.

           ທ່ານ ວິດຄອບ ຢືນຢັນວ່າ: ປັດຈຸບັນມີສັນຍານວ່າອາດບັນລຸຂໍ້ຕົກລົງໄດ້, ອາເມລິກາກໍາລັງເຈລະຈາກັບອີຣານ, ມີຫລາຍຝ່າຍຕິດຕໍ່ກັບອາເມລິກາ. ທ່ານ ວິດຄອບ ເຊື່ອວ່າ: “ປັດຈຸບັນອີຣານພ້ອມແລ້ວ”.

ອ້າງອີງ: