ຫວຽດນາມ ນໍາຕົວຜູ້ຕ້ອງສົງໄສ 41 ຄົນ ຂຶ້ນສານ ໃນຄະດີສໍ້ລາດບັງຫລວງ ມູນຄ່າ 45 ລ້ານໂດລາ

ໜັງສືພິມໄທຣັດລາຍງານວ່າ: ຫວຽດນາມ ໄດ້ເລີ່ມພິຈາລະນາດຳເນີນຄະດີສໍ້ລາດບັງຫລວງ ແລະ ໃຫ້ສິນບົນ ໃນມູນຄ່າ 1.16 ຕື້ດົງ (45 ລ້ານໂດລາສະຫະລັດ) ຕໍ່ຜູ້ຕ້ອງສົງໄສ 41 ຄົນ,ໃນນັ້ນມີເຈົ້າໜ້າທີ່ລັດຖະບານຈຳນວນໜຶ່ງຮວມຢູ່ນຳ, ນີ້ເປັນໜຶ່ງຂອງຂະບວນການຕໍ່ຕ້ານການສໍ້ລາດບັງຫລວງຂອງລັດຖະບານຫວຽດນາມ.
ທີ່ຜ່ານມາ ຂະບວນການປາບປາມ ຕໍ່ຕ້ານການສໍ້ລາດບັງຫລວງ ໄດ້ກວາດລ້າງເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານຫລາຍສິບຄົນ, ໃນນັ້ນມີບັນດາເຈົ້າໜ້າທີ່ລັດຖະບານ 2 ຄົນ ແລະ ບັນດານັກທຸລະກິດລະດັບສູງຫລາຍຄົນທີ່ໄດ້ຮັບການລົງໂທດ.
ຫລ້າສຸດ ວັນທີ 24 ມິຖຸນາ 2025 ສານສູງສຸດຂອງນະຄອນຫຼວງຮ່າໂນ້ຍ ໄດ້ເລີ່ມພິຈາລະນາດໍາເນີນຄະດີກັບອະດີດເຈົ້າໜ້າທີ່ລັດ 30 ຄົນ ຈາກແຂວງວິງຟຸກ, ຝູ໋ເຖາະ ແລະ ກວາງຫງາຍ. ນອກນັ້ນຍັງມີ ນັກທຸລະກິດ ແລະ ພະນັກງານບໍລິສັດອີກ 11 ຄົນ ທີ່ຖືກກ່າວຫາວ່າມີສ່ວນຮ່ວມໃນການສໍ້ລາດບັງຫລວງ ທີ່ເຮັດໃຫ້ລັດເສຍເງິນຫຼາຍກວ່າ 1ຕື້ດົງ ຫຼືປະມານ 45 ລ້ານໂດລາສະຫະລັດ. ໂດຍຖືກກ່າວຫາວ່າກະທຳຜິດຫລາຍຢ່າງເຊັ່ນ: ການໃຫ້ສິນບົນ, ການໃຊ້ອຳນາດໃນທາງທີ່ບໍ່ຖືກຕ້ອງ ແລະ ລະເມີດກົດໝາຍການປະມູນ ແລະ ການບັນຊີ.
ໄອຍະການໃຫ້ຮູ້ວ່າ: ໃນລະຫວ່າງປີ 2010 – 2024, ທ້າວ ຫງວຽນ ວັນ ຮ່ວາ ປະທານກຸ່ມບໍລິສັດ ຟຸກຊອນ ໄດ້ໃຫ້ສິນບົນແກ່ເຈົ້າໜ້າທີ່ຫລາຍກວ່າ 5 ລ້ານໂດລາ ເພື່ອຍາດແຍ່ງ ສັນຍາໃນການພັດທະນາພື້ນຖານໂຄງລ່າງຈໍານວນ 14 ໂຄງການ ທີ່ມີມູນຄ່າຫລາຍຕື້ໂດລາ ໃນ 3 ແຂວງ, ນອກນັ້ນ ຜູ້ກ່ຽວຍັງໄດ້ນໍາເງິນໄປຮອດຫ້ອງການ ຫລື ເຮືອນພັກສ່ວນຕົວຂອງເຈົ້າໜ້າທີ່ ເພື່ອຈ່າຍສິນບົນ, ໃນນັ້ນ ຮວ່າງທິທຸຍລານ ອະດີດຫົວໜ້າພັກກອມມູນິດແຂວງວິງຟຸກ ໄດ້ຮັບສິນບົນຈາກ ທ້າວ ຫງວຽນ ວັນ ຮວ່າ ຫລາຍທີ່ສຸດ ລວມມູນຄ່າເກືອບ 2 ລ້ານໂດລາສະຫະລັດ.

