ການພົບປະທ່ານ ທຣໍາ – ທ່ານ ປູຕິນ ຈົບລົງ ບໍ່ມີຂໍ້ຕົກລົງສໍາຄັນກ່ຽວກັບການຢຸດສົງຄາມອູແກຣນ

ຈົບລົງໄປແລ້ວກອງປະຊຸມສຸດຍອດຜູ້ນໍາລະຫວ່າງປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ກັບປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ຢູ່ລັດອະແລສກາ ໃນວັນທີ 15 ສິງຫາ ໂດຍທັງສອງບໍ່ສາມາດບັນລຸຂໍ້ຕົກລົງສໍາຄັນໃດໆໄດ້ ໂດຍສະເພາະເລື່ອງການຢຸດຍິງທີ່ຈະນໍາໄປສູ່ການຢຸດສົງຄາມຢູ່ອູແກຣນ ເຊິ່ງເປັນສິ່ງທີ່ທົ່ວໂລກຕິດຕາມ.
ທ່ານ ທຣໍາ ອອກຖະແຫລງການຮ່ວມກັບທ່ານ ປູຕິນ ພາຍຫລັງສໍາເລັດກອງປະຊຸມເກືອບ 3 ຊົ່ວໂມງ ໂດຍລະບຸວ່າ: ທ່ານ ແລະ ທ່ານ ປູຕິນ ເຈລະຈາຄືບໜ້າໄປຫລາຍ, ແຕ່ຍັງບໍ່ໄປຮອດຈຸດຈະບັນລຸຂໍ້ຕົກລົງຮ່ວມກັນ ເຊິ່ງພາຍຫລັງກ່າວຈົບ ທ່ານ ທຣໍາ ອອກຈາກຫ້ອງຖະແຫລງຂ່າວໂດຍບໍ່ຕອບຄໍາຖາມສື່ມວນຊົນ.
ເຖິງຢ່າງໃດກໍຕາມ, ທ່ານ ທຣໍາ ກ່າວໃນລະຫວ່າງໃຫ້ສໍາພາດຕໍ່ Fox News ໃນພາຍຫລັງວ່າ: ປະທານາທິບໍດີ ໂວໂລດິເມຍ ເຊເລນສກີ ຂອງອູແກຣນ ຈະຈັດກອງປະຊຸມກັບທ່ານ ປູຕິນ ແລະ ອາດລວມທັງທ່ານ ທຣໍາ ເພື່ອພະຍາຍາມເຮັດຂໍ້ຕົກລົງຢຸດຍິງກັບຣັດເຊຍໃນການຢຸດສົງຄາມຢູ່ອູແກຣນ ເຊິ່ງທ່ານ ທຣໍາ ກ່າວວ່າທັງໝົດຂຶ້ນຢູ່ກັບຜູ້ນໍາອູແກຣນວ່າຈະເຮັດສໍາເລັດ ຫລື ບໍ່.
ຂະນະທີ່ທ່ານ ປູຕິນ ຖະແຫລງພາຍຫລັງປະຊຸມຢູ່ເມືອງແອງເຄີເຣວ ໂດຍຍອມຮັບວ່າ: ໄລຍະຜ່ານມາເປັນໄລຍະທີ່ຍາກລໍາບາກສໍາລັບການພົວພັນທະວີພາຄີລະຫວ່າງ ອາເມລິກາ ກັບ ຣັດເຊຍ ເຊິ່ງຕົກຕໍ່າເຖິງຂັ້ນຕໍ່າສຸດນັບແຕ່ຍຸກສົງຄາມເຢັນ ແລະ ບໍ່ແມ່ນເລື່ອງດີສໍາລັບທັງສອງປະເທດ ລວມທັງໂລກ ເຊິ່ງທ່ານ ປູຕິນ ກ່າວວ່າ: ທຸກຝ່າຍຈໍາເປັນຕ້ອງເຮັດໃຫ້ສະຖານະການດີຂຶ້ນ ໂດຍຫລີກລ່ຽງການຜະເຊີນ ແລະ ສົ່ງເສີມການເຈລະຈາຫລາຍຂຶ້ນ.
ສ່ວນຄວາມຂັດແຍ່ງກັບອູແກຣນນັ້ນ, ທ່ານ ປູຕິນ ກ່າວວ່າ: ທ່ານເຫັນຄວາມຕັ້ງໃຈຂອງລັດຖະບານອາເມລິກາໃນການເຂົ້າມາຊ່ວຍໄກ່ເກ່ຍ, ແຕ່ຣັດເຊຍໄດ້ເນັ້ນຂໍ້ກັງວົນວ່າ ນາໂຕ້ຈະຕ້ອງບໍ່ຂະຫຍາຍອິດທິພົນ ຫລື ຮັບສະມາຊິກເພີ່ມຈົນມາຕິດຊາຍແດນ ເຊິ່ງເປັນໄພຄວາມໝັ້ນຄົງຂອງຣັດເຊຍ.
ທ່ານ ປູຕິນ ກ່າວວ່າ: ທ່ານມີຄວາມໄວ້ວາງໃຈຈະຮ່ວມມືກັບທ່ານ ທຣໍາ ແລະ ຄາດຫວັງວ່າຈະຢຸດຄວາມຂັດແຍ່ງຢູ່ອູແກຣນໃຫ້ໄດ້ໂດຍໄວ.
ອ້າງອີງ:

