ປະທານາທິບໍດີ ສ.ເກົາຫລີ ໃຫ້ຄໍາໝັ້ນເດີນໜ້າຮື້ຟື້ນການພົວພັນ ສປປ ເກົາຫລີ

ປະທານາທິບໍດີ ອີ ແຈຢອງ ຜູ້ນໍາ ສ.ເກົາຫລີ ໃຫ້ຄໍາໝັ້ນຈະດໍາເນີນມາດຕະການຕ່າງໆຢ່າງຕໍ່ເນື່ອງເພື່ອຫລຸດຄວາມເຄັ່ງຕຶງ ແລະ ຮື້ຟື້ນການພົວພັນກັບ ສປປ ເກົາຫລີ.
ຜູ້ນໍາ ສ.ເກົາຫລີ ກ່າວສູນທອນພົດເນື່ອງໃນໂອກາດຄົບຮອບ 80 ປີ ທີ່ແຫລມເກົາຫລີໄດ້ຮັບການປົດປ່ອຍຈາກການປົກຄອງຂອງຈັກກະພັດຍີ່ປຸ່ນໃນວັນທີ 15 ສິງຫາວ່າ: “ລັດຖະບານຂອງເຮົາຈະດໍາເນີນມາດຕະການຕ່າງໆຢ່າງຕໍ່ເນື່ອງເພື່ອຫລຸດຄວາມເຄັ່ງຕຶງ ແລະ ຟື້ນຟູຄວາມໄວ້ວາງໃຈຕໍ່ ສປປ ເກົາຫລີ”.
ທ່ານ ອີ ແຈຢອງ ກ່າວວ່າ: ການເປັນສັດຕູທີ່ຍືດເຍື້ອຍາວນານບໍ່ເປັນຜົນດີຕໍ່ປະຊາຊົນເກົາຫລີທັງສອງຝັ່ງ. ພ້ອມເນັ້ນວ່າ: ເຖິງເວລາແລ້ວທີ່ຈະຕ້ອງກ້າວຂ້າມການຜະເຊີນໃນສົງຄາມເຢັນທີ່ລ້າສະໄໝ ແລະ ນໍາພາສັນຕິພາບຍຸກໃໝ່ມາສູ່ແຫລມເກົາຫລີ.
ນອກຈາກນີ້, ທ່ານຍັງກ່າວວ່າ: ສ.ເກົາຫລີ ແລະ ສປປ ເກົາຫລີ ຄວນຟື້ນຟູຄວາມໄວ້ວາງໃຈ ແລະ ຮື້ຟື້ນການເຈລະຈາໃນທັນທີຜ່ານການດໍາເນີນການຕ່າງໆ. ພ້ອມລະບຸວ່າ: ສ.ເກົາຫລີ ຈະເຄົາລົບຂໍ້ຕົກລົງລະຫວ່າງເກົາຫລີທີ່ມີຢູ່ໃນປັດຈຸບັນ ແລະ ໃຫ້ຄໍາໝັ້ນວ່າຈະດໍາເນີນຂັ້ນຕອນທາງລຸກແບບຄ່ອຍເປັນຄ່ອຍໄປ ເພື່ອຟື້ນຟູຂໍ້ຕົກລົງທາງທະຫານ ເຊິ່ງລົງນາມໃນລະຫວ່າງກອງປະຊຸມສຸດຍອດສອງເກົາຫລີວັນທີ 19 ກັນຍາ 2018 ເພື່ອປ້ອງກັນການປະທະໂດຍບໍ່ໄດ້ຕັ້ງໃຈ ແລະ ສ້າງຄວາມໄວ້ວາງໃຈທາງທະຫານລະຫວ່າງກັນ.
ທັງນີ້, ທ່ານ ອີ ແຈຢອງ ຢືນຢັນອີກວ່າຈະເຄົາລົບຕໍ່ລະບົບໃນປັດຈຸບັນ ແລະ ບໍ່ມີເຈດຕະນາຈະເປັນສັດຕູກັບ ສປປ ເກົາຫລີ.

