ອີຣານຢືນຢັນໂຮງງານນິວເຄຼຍເສຍຫາຍໜັກຈາກການຖິ້ມລະເບີດຂອງອາເມລິກາ

ທ່ານ ເອສມາອິລ ບາກາອີ ໂຄສົກກະຊວງການຕ່າງປະເທດອີຣານ ເປີດເຜີຍວ່າ: ໂຮງງານນິວເຄຼຍຂອງອີຣານໄດ້ຮັບຄວາມເສຍຫາຍຢ່າງໜັກຈາກການໂຈມຕີທາງອາກາດຂອງອາເມລິກາ ໂດຍການເປີດເຜີຍເປັນຄັ້ງທໍາອິດຂອງອີຣານໃນເລື່ອງນີ້ ເກີດຂຶ້ນໃນຂະນະທີ່ຫລາຍຝ່າຍກໍາລັງຖົກຖຽງກັນວ່າປະຕິບັດການໂຈມຕີຂອງອາເມລິກາໄດ້ສ້າງຄວາມເສຍຫາຍຢ່າງຮຸນແຮງຕໍ່ໂຄງການນິວເຄຼຍຂອງອີຣານແທ້ ຫລື ບໍ່.
ທ່ານ ບາກາອີ ຢືນຢັນຕໍ່ສໍານັກຂ່າວອັລຈາຊີຣາໃນວັນທີ 25 ມິຖຸນາວ່າ: ໂຮງງານນິວເຄຼຍຂອງອີຣານໄດ້ຮັບຄວາມເສຍຫາຍຢ່າງໜັກ ໂດຍກ່າວວ່າການໂຈມຕີຂອງອາເມລິກາເປັນການທໍາລາຍຢ່າງຮ້າຍແຮງຕໍ່ກົດໝາຍສາກົນ ແລະ ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ເຊິ່ງອີຣານເປັນຜູ້ລົງນາມ.
ເຖິງຢ່າງໃດກໍດີ, ທ່ານ ບາກາອີ ບໍ່ໄດ້ເປີດເຜີຍລາຍລະອຽດເພີ່ມກ່ຽວກັບຄວາມເສຍຫາຍທີ່ເກີດຂຶ້ນ ໂດຍກ່າວພຽງວ່າ: ທາງການອີຣານຍັງປະເມີນສະຖານະການພາກພື້ນດິນ.
ການສະແດງຄວາມເຫັນດັ່ງກ່າວຖືເປັນຄັ້ງທໍາອິດທີ່ເຈົ້າໜ້າທີ່ຂອງອີຣານໄດ້ອອກມາເປີດເຜີຍເຖິງຂອບເຂດຄວາມເສຍຫາຍທີ່ເກີດຈາກການທີ່ກອງທັບອາເມລິກາໃຊ້ລະເບີດຂະໜາດ 30,000 ປອນຈໍານວນ 10 ກວ່າລູກ ໂຈມຕີໂຮງງານນິວເຄຼຍ 3 ແຫ່ງຂອງອີຣານໃນວັນທີ 22 ມິຖຸນາຜ່ານມາ.
ນອກຈາກນີ້, ການສະແດງຄວາມເຫັນຂອງໂຄສົກກະຊວງການຕ່າງປະເທດອີຣານຍັງມີຂຶ້ນພຽງບໍ່ເທົ່າໃດຊົ່ວໂມງຫລັງຈາກປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ໄດ້ອອກມາຕອບໂຕ້ລາຍງານຂ່າວຂອງອາເມລິກາ ທີ່ລະບຸວ່າ: ການໂຈມຕີໃນຄັ້ງນີ້ມີຜົນກະທົບຕໍ່ໂຄງການນິວເຄຼຍໃຕ້ດິນຂອງອີຣານພຽງໃນວົງຈໍາກັດເທົ່ານັ້ນ ໂດຍທ່ານ ທຣໍາ ກ່າວເຖິງລາຍງານຂ່າວທີ່ຮົ່ວໄຫລດັ່ງກ່າວວ່າ: ເປັນລາຍງານທີ່ຍັງບໍ່ມີຂໍ້ສະຫລຸບ ແລະ ທ່ານຍັງເຊື່ອວ່າໂຮງງານນິວເຄຼຍເຫລົ່ານັ້ນໄດ້ຖືກທໍາລາຍແລ້ວ.
ທັງນີ້, ການປະເມີນຈາກສໍານັກງານຂອງເພນຕາກອນລະບຸວ່າ: ການຖິ້ມລະເບີດໃນວັນດັ່ງກ່າວອາດຈະບໍ່ສາມາດທໍາລາຍສ່ວນປະກອບຫລັກຂອງໂຄງການນິວເຄຼຍໃຕ້ດິນ ເຊິ່ງລວມທັງເຄື່ອງໝູນຫວ່ຽງ (Centrituge) ພ້ອມລະບຸວ່າ: ປະຕິບັດການໂຈມຕີທາງອາກາດຂອງອາເມລິກາ ບໍ່ສາມາດທໍາລາຍຂີດຄວາມສາມາດດ້ານນິວເຄຼຍຂອງອີຣານ ໂດຍເຮັດໃຫ້ໂຄງການນິວເຄຼຍຊັກຊ້າໄປພຽງບໍ່ເທົ່າໃດເດືອນເທົ່ານັ້ນ.

