ອິດສະລາແອນກຽມລະດົມກໍາລັງທະຫານບຸກຢຶດເມືອງກາຊາ

                ທ່ານ ອິດສະລາແອນ ແຄດ ລັດຖະມົນຕີກະຊວງປ້ອງກັນປະເທດອິດສະລາແອນ ກ່າວວ່າ: ທ່ານໄດ້ທົບທວນປະຕິບັດການທາງທະຫານໃນການເຂົ້າຢຶດເມືອງກາຊາ ເຊິ່ງເປັນສັນຍານບົ່ງຊີ້ເຖິງການກຽມຄວາມພ້ອມຂອງອິດສະລາແອນໃນການໃຊ້ປະຕິບັດການພາກພື້ນດິນຄັ້ງໃຫຍ່ທີ່ສຸດຄັ້ງໜຶ່ງໃນເຂດກາຊາ ນັບແຕ່ສົງຄາມເລີ່ມຂຶ້ນໃນເດືອນຕຸລາ 2023.

                 ທັງນີ້, ທ່ານ ແຄດ ໄດ້ພົບກັບ ພົນເອກ ໄອຢາລ ຊາມີ ຜູ້ບັນຊາການທະຫານສູງສຸດ ລວມທັງຜູ້ບັນຊາການທະຫານລະດັບສູງຄົນອື່ນໆ ທີ່ອິດສະລາແອນຍັງບໍ່ສາມາດຄວບຄຸມໄດ້ທັງໝົດ ໂດຍແຜນດັ່ງກ່າວໄດ້ຮັບການອະນຸມັດຈາກຄະນະລັດຖະມົນຕີດ້ານຄວາມໝັ້ນຄົງໃນຕົ້ນອາທິດນີ້.

              “ອິດສະລາແອນຕັ້ງເປົ້າຈະເອົາຊະນະຮາມັດຢູ່ກາຊາ ໂດຍມີການປ່ອຍຕົວປະກັນທັງໝົດ ແລະ ຢຸດສົງຄາມ ໂດຍກອງກໍາລັງປ້ອງກັນອິດສະລາແອນ (IDF) ກໍາລັງລະດົມກໍາລັງທັງໝົດ ແລະ ກຽມພ້ອມຢ່າງເຕັມສ່ວນເພື່ອດໍາເນີນຕາມມະຕິຂອງຄະນະລັດຖະມົນຕີ ແລະ ເຮົາຈະດໍາເນີນງານຈົນກວ່າພາລະກິດຈະສໍາເລັດ” ທ່ານ ແຄດ ກ່າວ.