UN ກຽມຫລຸດຈໍານວນພະນັກງານລົງ 20% ປັບໂຄງສ້າງອົງກອນ ຫລັງອາເມລິກາຕັດງົບສະໜັບສະໜູນ

ອົງການສະຫະປະຊາຊາດ (UN) ກຽມຫລຸດຈໍານວນເຈົ້າໜ້າທີ່ລົງ 20% ລວມທັງພິຈາລະນາປັບໂຄງສ້າງໜ່ວຍງານໃນເຄືອຂ່າຍຫລາຍກວ່າ 140 ໜ່ວຍງານ ຫລັງຈາກອາເມລິກາຫລຸດງົບປະມານສະໜັບສະໜູນ.
ທ່ານ ກາຍ ໄຣເດີ ຮອງເລຂາທິການໃຫຍ່ສະຫະປະຊາຊາດດ້ານນະໂຍບາຍ ແລະ ປະທານຄະນະດ້ານການປັບໂຄງສ້າງອົງກອນ ລວມທັງເຈົ້າໜ້າທີ່ຄົນອື່ນໆ ໄດ້ກ່າວໃນກອງປະຊຸມຢູ່ສໍານັກງານໃຫຍ່ຂອງສະຫະປະຊາຊາດໃນນິວຢອກວ່າ: ມີຫລາຍໜ່ວຍງານທີ່ຈະໄດ້ຮັບຜົນກະທົບ ເຊິ່ງລວມທັງອົງການທຶນເພື່ອເດັກແຫ່ງສະຫະປະຊາຊາດ (UNICEF) ແລະ ສໍານັກງານຂ້າຫລວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ (UNHCR).
ສໍານັກຂ່າວກຽວໂຕລາຍງານວ່າ: UN ມີແຜນຫລຸດຈໍານວນເຈົ້າໜ້າທີ່ລົງ 2,000 ຄົນ ໂດຍສ່ວນຫລາຍຢູ່ນິວຢອກ ແລະ ເຈນີວາ ລວມທັງຫລຸດງົບປະມານປະຈໍາປີ 2026 ລົງ 15-20% ຈາກລະດັບຂອງປີ 2025.
ການເຄື່ອນໄຫວດັ່ງກ່າວເກີດຂຶ້ນຫລັງຈາກອາເມລິກາ ເຊິ່ງເປັນຜູ້ສະໜັບສະໜູນລາຍໃຫຍ່ທີ່ສຸດຂອງ UN ຕັດສິນໃຈຫລຸດ ຫລື ຢຸດການໃຫ້ເງິນທຶນສະໜັບສະໜູນ ພາຍໃຕ້ນະໂຍບາຍ “ອາເມລິກາຕ້ອງມາກ່ອນ” ຂອງປະທານາທິບໍດີ ໂດນັລ ທຣໍາ.
ສໍາລັບປີີນີ້, ອາເມລິກາໃຫ້ເງິນສະໜັບສະໜູນ UN ໃນອັດຕາ 22% ຂອງງົບປະມານປະຈໍາລວມ 3.72 ພັນລ້ານໂດລາ. ຂະນະທີ່ຈີນເປັນຜູ້ສະໜັບສະໜູນອັນດັບສອງ 20% ແລະ ຍີ່ປຸ່ນເປັນອັນດັບສາມ 6.9%.
ທັງນີ້, ການປັບໂຄງສ້າງອົງກອນຄາດວ່າຈະເລີ່ມໃນປີ 2027 ໂດຍປັດຈຸບັນຄະນະກໍາລັງທົບທວນໜ່ວຍງານທີ່ຈະຕ້ອງມີການປັບໂຄງສ້າງພາຍໃຕ້ກຸ່ມຫລັກ 7 ກຸ່ມ ເຊິ່ງລວມທັງດ້ານການພັດທະນາ, ສັນຕິພາບ ແລະ ຄວາມໝັ້ນຄົງ ແລະ ສິດທິມະນຸດ.

