ຟີລິບປິນເຕືອນໜ່ວຍງານທ້ອງຖິ່ນເຝົ້າລະວັງພະຍາດມືຕີນປາກ ຫລັງພົບຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນ

            ກະຊວງສາທາລະນະສຸກຟີລິບປິນ (DOH) ລານງານໃນວັນທີ 30 ສິງຫາວ່າ: ໃນອາທິດດຽວມີຜູ້ຕິດເຊື້ອພະຍາດມື, ຕີນ, ປາກ (HFMD) ຈໍານວນ 2,525 ຄົນ ເຮັດໃຫ້ຈໍານວນຜູ້ຕິດເຊື້ອສະສົມນັບແຕ່ເດືອນມັງກອນຈົນຮອດວັນທີ 16 ສິງຫາ ມີທັງໝົດ 39,893 ຄົນ.

            DOH ລະບຸວ່າ: ປະມານ 50% ຂອງຜູ້ຕິດເຊື້ອເປັນເດັກນ້ອຍອາຍຸ 13 ປີ.

            ສໍານັກຂ່າວຊິນຮົວລາຍງານວ່າ: ຈໍານວນຜູ້ຕິດເຊື້ອ HFMD ທີ່ເພີ່ມຂຶ້ນຢ່າງວ່ອງໄວ ເຮັດໃຫ້ DOH ຮຽກຮ້ອງໃຫ້ໜ່ວຍງານລັດຖະບານທ້ອງຖິ່ນເພີ່ມຄວາມເຂັ້ມງວດໃນການເຝົ້າລະວັງພະຍາດໄວຣັສທີ່ແຜ່ເຊື້ອນີ້.

            ພະຍາດ HFMD ເກີດຈາກເຊື້ອໄວຣັສກຸ່ມເອນເຕີໂຣໄວຣັສ (Enterovirus) ທີ່ມີຫລາຍສາຍພັນ ເຊິ່ງມັກເກີດໃນເດັກ ໂດຍຜູ້ຕິດເຊື້ອຈະມີອາການເປັນໄຂ້, ມີບາດແຜໃນປາກທີ່ເຈັບປວດ ແລະ ຜື່ນໂພງຕາມມື, ຕີນ ແລະ ກົ້ນ ໂດຍພະຍາດນີ້ແຜ່ເຊື້ອຜ່ານການສໍາຜັດໃກ້ຊິດກັບນໍ້າລາຍ, ຂີ້ມູກ, ຂອງເຫລວຈາກຕຸ່ມໂພງໜອງ ຫລື ອຸຈາລະຂອງຜູ້ຕິດເຊື້ອ.