ທ່ານ ທຣໍາ ຂູ່ເກັບພາສີນໍາເຂົ້າສິນຄ້າຍີ່ປຸ່ນ 30-35% ກ່າວຈະບໍ່ຍອມຖືກເອົາປຽບ

ວັນທີ 1 ກໍລະກົດ, ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ໄດ້ຈູດບັນຫາແນວຄິດທີ່ຈະປັບເພີ່ມພາສີນໍາເຂົ້າສິນຄ້າຈາກຍີ່ປຸ່ນຂຶ້ນໄປອີກ ໂດຍເບິ່ງໄປເຖິງຕົວເລກທີ່ສູງເຖິງ 30% ຫລື 35% ຖືເປັນການຫລິ້ນງານພັນທະມິດລາຍສໍາຄັນຂອງອາເມລິກາ ທ່າມກາງການເຈລະຈາການຄ້າສອງຝ່າຍທີ່ຍັງບໍ່ມີຄວາມຄືບໜ້າ.
ສໍານັກຂ່າວກຽວໂດລາຍງານວ່າ: ທ່ານ ທຣໍາ ຍັງເນັ້ນຢໍ້າຂໍ້ຮ້ອງຮຽນເກົ່າໆວ່າ: ຍີ່ປຸ່ນນໍາເຂົ້າຍານພາຫະນະ ແລະ ເຂົ້າຈາກອາເມລິກາບໍ່ພຽງພໍ ໂດຍກ່າວຫາວ່າ: “ເລື່ອງການຄ້າ ພວກເຂົາເອົາປຽບມາຕະຫລອດ ແລະ ຍຸກນັ້ນມັນໝົດໄປແລ້ວ”.
ທ່ານ ທຣໍາ ລະບຸວ່າ: ທ່ານຈະສົ່ງຈົດໝາຍເຖິງຍີ່ປຸ່ນພ້ອມເນື້ອໃນວ່າ: “ຂອບໃຈ… ເຮົາຮູ້ວ່າທ່ານເຮັດສິ່ງທີ່ເຮົາຕ້ອງການບໍ່ໄດ້. ດັ່ງນັ້ນ ທ່ານຕ້ອງຈ່າຍພາສີ 30% ຫລື 35% ຫລື ຈະເທົ່າໃດກໍຕາມທີ່ເຮົາກໍານົດ”.
ທ່ານ ທຣໍາ ໃຫ້ຄວາມເຫັນດັ່ງກ່າວເມື່ອຖືກຖາມວ່າ: ທ່ານກໍາລັງພິຈາລະນາຂະຫຍາຍເວລາການຢຸດເກັບພາສີ 90 ວັນ ເຊິ່ງຈະໝົດລົງໃນວັນທີ 9 ກໍລະກົດນີ້ ຫລື ບໍ່.
ການຢຸດເກັບພາສີດັ່ງກ່າວມີຂຶ້ນເພື່ອເປີດທາງໃຫ້ການເຈລະຈາກັບຄູ່ຄ້າຫລັກຂອງອາເມລິກາດໍາເນີນໄປໄດ້ ເຊິ່ງໃນໄລຍະຜ່ານມາ ທ່ານ ທຣໍາ ໄດ້ເນັ້ນໂຈມຕີຍີ່ປຸ່ນເປັນພິເສດໃນບັນຫາການຄ້າ.
ພາຍໃຕ້ມາດຕະການພາສີແບບຕອບໂຕ້ທີ່ທ່ານ ທຣໍາ ເອີ້ນວ່າ: “Liberation Day” (ວັນແຫ່ງການປົດປ່ອຍ) ປັດຈຸບັນຍີ່ປຸ່ນຕ້ອງຜະເຊີນພາສີທີ່ເກັບເພີ່ມອີກ 14% ເຮັດໃຫ້ລວມແລ້ວເປັນ 24%.
ການຢຸດເກັບພາສີ 90 ວັນນີ້ຈະໃຊ້ສະເພາະພາສີທີ່ເກັບເພີ່ມຈາກບາງປະເທດພາຍໃຕ້ມາດຕະການດັ່ງກ່າວເທົ່ານັ້ນ ເຊິ່ງຄວບຄຸມຄູ່ຄ້າປະມານ 60 ລາຍທີ່ເກີນດຸນການຄ້າກັບອາເມລິກາ, ແຕ່ບໍ່ມີຜົນກະທົບຕໍ່ພາສີພື້ນຖານ 10% ທີ່ເກັບຈາກສິນຄ້ານໍາເຂົ້າທົ່ວໂລກ.

