ອາເມລິກາເລີ່ມເກັບພາສີນໍາເຂົ້າຈາກອິນເດຍ 50% ຍ້ອນຊື້ຂາຍນໍ້າມັນ-ອາວຸດຈາກຣັດເຊຍ

ອາເມລິກາເລີ່ມເກັບພາສີສິນຄ້ານໍາເຂົ້າຈາກອິນເດຍສູງເຖິງ 50% ນັບແຕ່ຫລັງທ່ຽງຄືນວັນທີ 27 ສິງຫາ ຕາມເວລາທ້ອງຖິ່ນ ເພື່ອເປັນການລົງໂທດທີ່ອິນເດຍຊື້ຂາຍນໍ້າມັນ ແລະ ອາວຸດຈາກຣັດເຊຍ ເຊິ່ງຕົວເລກພາສີດັ່ງກ່າວ ລວມພາສີ 25% ສໍາລັບການເຮັດທຸລະກໍາກັບຣັດເຊຍ ເຊິ່ງເປັນແຫລ່ງເງິນທຶນຫລັກຂອງຣັດເຊຍທີ່ໃຊ້ເຮັດສົງຄາມໃນອູແກຣນ.
ອິນເດຍເປັນໜຶ່ງໃນພັນທະມິດທາງຍຸດທະສາດທີ່ສໍາຄັນຂອງອາເມລິກາໃນພາກພື້ນອິນໂດ-ປາຊີຟິກ, ບໍ່ຢຸດຊື້ຂາຍນໍ້າມັນຣັດເຊຍ ແລະ ຮຽກຮ້ອງວ່າ: ອາເມລິກາ “ບໍ່ເປັນທໍາ”. ພ້ອມປະກາດເລືອກຊື້ສິນຄ້າທີ່ດີທີ່ສຸດ ເພື່ອປົກປ້ອງປະຊາກອນ 1.4 ພັນລ້ານຄົນ ເຖິງວ່າຈະມີຄວາມກັງວົນວ່າ: ການສົ່ງອອກ ແລະ ການເຕີບໃຫຍ່ຂອງເສດຖະກິດທີ່ໃຫຍ່ເປັນອັນດັບ 5 ຂອງໂລກອາດໄດ້ຮັບຜົນກະທົບ, ແຕ່ລັດຖະບານອິນເດຍຈະພະຍາຍາມແກ້ໄຂວິກິດດ້ວຍການຫລຸດພາສີອື່ນໆ ເພື່ອບັນເທົາສະຖານະການ.
ລັດຖະມົນຕີອິນເດຍເຕືອນວ່າ: ການເລືອກປະຕິຮູບແບບບໍ່ເປັນທໍານີ້ ຈະຍິ່ງເຮັດໃຫ້ອິນເດຍໃກ້ຊິດກັບຣັດເຊຍ ແລະ ຈີນເພີ່ມຂຶ້ນ ລວມທັງຮັກສາໄລຍະຫ່າງຈາກອາເມລິກາເພີ່ມຂຶ້ນ ໂດຍມູນຄ່າສິນຄ້າສົ່ງອອກຂອງອິນເດຍໄປອາເມລິກາສູງເຖິງ 8.73 ໝື່ນລ້ານໂດລາສະຫະລັດ ໃນປີ 2024 ສ່ວນຫລາຍຕ້ອງຜະເຊີນອັດຕາພາສີສູງ, ແຕ່ສິນຄ້າບາງປະເທດເຊັ່ນ: ສະມາດໂຟນອາດໄດ້ຮັບການຍົກເວັ້ນຊົ່ວຄາວ.
ອ້າງອີງ:
- https://www.bbc.com/news/articles/c5ykznn158qo
- https://www.theguardian.com/us-news/2025/aug/27/trump-tariff-india-russian-oil-purchase

