GDP ຫວຽດນາມເພີ່ມຂຶ້ນ 7.96% ໃນ Q2

          ຄວາມກັງວົນກ່ຽວກັບທ່າອ່ຽງເສດຖະກິດຂອງຫວຽດນາມໃນຖານະສູນກາງການຜະລິດຂອງອາຊີຕາເວັນອອກສຽງໃຕ້ເພີ່ມສູງຂຶ້ນກ່ອນອາເມລິກາປະກາດຂໍ້ຕົກລົງການຄ້າໃນວັນທີ 2 ກໍລະກົດ ໂດຍສະເພາະເນື່ອງຈາກອາເມລິກາເປັນຕະຫລາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ.

          ເຖິງຢ່າງໃດກໍຕາມ, ຂໍ້ມູນຈາກລັດຖະບານຫວຽດນາມລະບຸວ່າ: ເສດຖະກິດຂອງປະເທດຂະຫຍາຍຕົວໃນອັດຕາທີ່ໄວຂຶ້ນໃນໄຕມາດທີ 2 ຂອງປີນີ້ ໂດຍໄດ້ຮັບແຮງໜຸນຈາກການສົ່ງອອກທີ່ແຂງແຮງ ເຊິ່ງຖືເປັນສັນຍານບວກທີ່ເກີດຂຶ້ນພຽງບໍ່ເທົ່າໃດວັນ ຫລັງຈາກປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ປະກາດວ່າຈະເກັບພາສີສິນຄ້າຈາກຫວຽດນາມໃນອັດຕາ 20% ເຊິ່ງຕໍ່າກວ່າທີ່ເຄີຍຂູ່ໄວ້ກ່ອນໜ້ານີ້.

          ລວມຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມໃນໄຕມາດ 2 (ເດືອນເມສາ-ມິຖຸນາ) ຂະຫຍາຍຕົວ 7.96% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ ເພີ່ມຂຶ້ນຈາກ 6.93% ໃນໄຕມາດທໍາອິດ ເຊິ່ງອັດຕານີ້ໃກ້ຄຽງກັບເປົ້າໝາຍໝົດປີທີ່ຕັ້ງໄວ້ໃນລະດັບທີ່ບໍ່ໜ້ອຍກວ່າ 8%.

          ສໍານັກງານສະຖິຕິແຫ່ງຊາດຫວຽດນາມລະບຸວ່າ: ເຖິງວ່າຄວາມບໍ່ແນ່ນອນໃນເສດຖະກິດໂລກ ແລະ ພາກພື້ນ, ແຕ່ຜົນການດໍາເນີນງານດ້ານເສດຖະກິດໃນໄລຍະ 6 ເດືອນຕົ້ນປີຍັງເປັນໄປໃນທິດທາງບວກ ແລະ ໃກ້ຄຽງກັບເປົ້າໝາຍທີ່ກໍານົດໄວ້.

         ໃນໄຕມາດ 2 ການສົ່ງອອກຂອງຫວຽດນາມມີມູນຄ່າເພີ່ມຂຶ້ນ 18.0% ຈາກປີກ່ອນໜ້າ ເປັນ 1.1693 ແສນລ້ານໂດລາສະຫະລັດ. ຂະນະທີ່ການນໍາເຂົ້າເພີ່ມຂຶ້ນ 18.8% ເປັນ 1.1252 ແສນລ້ານໂດລາສະຫະລັດ ສົ່ງຜົນເຮັດໃຫ້ຫວຽດນາມມີຍອດເກີນດຸນການຄ້າຢູ່ທີ່ 4.41 ພັນລ້ານໂດລາສະຫະລັດ.

          ສໍາລັບຂໍ້ຕົກລົງການຄ້າລະຫວ່າງອາເມລິກາ ແລະ ຫວຽດນາມທີ່ທ່ານ ທຣໍາ ປະກາດໃນວັນທີ 2 ກໍລະກົດວ່າ: ສິນຄ້າຫວຽດນາມຈະຖືກເກັບພາສີໃນອັດຕາ 20%, ສ່ວນສິນຄ້າທີ່ສົ່ງຈາກປະເທດທີສາມຜ່ານຫວຽດນາມຈະຖືກເກັບພາສີໃນອັດຕາສູງເຖິງ 40%. ຂະນະດຽວກັນ ຫວຽດນາມນໍາເຂົ້າສິນຄ້າຈາກອາເມລິກາໂດຍບໍ່ເກັບພາສີ.

          ທັງນີ້, ອັດຕາພາສີໃໝ່ນີ້ຕໍ່າກວ່າລະດັບ 46% ທີ່ທ່ານ ທຣໍາ ເຄີຍຂູ່ໄວ້ໃນເດືອນເມສາຜ່ານມາ.