ນໍ້າຖ້ວມປາກິດສະຖານ ອົບພະຍົບປະຊາຊົນເກືອບ 2.5 ແສນຄົນ ກະທົບຜູ້ປະຊາຊົນນັບລ້ານທາງພາກຕາເວັນອອກ

ເຈົ້າໜ້າທີ່ກູ້ໄພຢູ່ແຄວ້ນປັນຈາບທາງຕາເວັນອອກຂອງປາກິດສະຖານກໍາລັງເລັ່ງຊ່ວຍເຫລືອບັນດາຜູ້ປະສົບໄພທີ່ຕົກຄ້າງ ຫລັງຈາກແມ່ນໍ້າໃຫຍ່ສາມເສັ້ນລົ້ນຕາຝັ່ງ ເນື່ອງຈາກຝົນຕົກໜັກ ແລະ ການປ່ອຍນໍ້າຈາກເຂື່ອນຂອງອິນເດຍປະເທດໃກ້ຄຽງ ເຮັດໃຫ້ປະຊາຊົນເກືອບ 250,000 ຄົນຕ້ອງອົບພະຍົບ ແລະ ມີຜູ້ໄດ້ຮັບຜົນກະທົບຫລາຍກວ່າ 1.2 ລ້ານຄົນ. ອີກທັງຍັງເກີດຄວາມເສຍຫາຍຕໍ່ຜົນຜະລິດກະສິກໍາ ແລະ ກິດຈະການຕ່າງໆ ລວມທັງເຮັດໃຫ້ຫລາຍຄົນບໍ່ສາມາດອອກຈາກເຮືອນໄດ້.
ທາງການທ້ອງຖິ່ນລາຍງານວ່າ: ສະເພາະຢູ່ເຂດກຸຣັນວາລາ ເຊິ່ງເປັນເມືອງອຸດສາຫະກໍາຂອງແຄວ້ນປັນຈາບ ແລະ ພື້ນທີ່ໃກ້ຄຽງ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 15 ຄົນ. ປັດຈຸບັນມີສູນອາໄສຊ່ວຍເຫລືອ 700 ກວ່າແຫ່ງ ແລະ ສູນການແພດ 265 ແຫ່ງຕັ້ງຢູ່ເຂດທີ່ໄດ້ຮັບຜົນກະທົບ ໂດຍມີການສົ່ງອາຫານ ແລະ ສິ່ງຂອງຈໍາເປັນໄປພື້ນປະສົບໄພ.
ກົມອຸຕຸນິຍົມວິທະຍາຄາດຄະເນວ່າ: ປາກິດສະຖານຈະມີຝົນຕົກໜັກຢ່າງຕໍ່ເນື່ອງຈົນຮອດອາທິດໜ້າ ໂດຍນີ້ອາດເປັນຄັ້ງທໍາອິດໃນຮອບ 38 ປີທີ່ແມ່ນໍ້າຣາວີ (Ravi), ແມ່ນໍ້າຊັດເລວ (Sutlej) ແລະ ແມ່ນໍ້າເຊນາບ (Chenab) ມີລະດັບນໍ້າຖ້ວມສູງພ້ອມກັນ ເຮັດໃຫ້ເຈົ້າໜ້າທີ່ກູ້ໄພຕ້ອງເລັ່ງພາລະກິດຊ່ວຍເຫລືອໃນຫລາຍພື້ນທີ່ ນັບແຕ່ທ້າຍເດືອນມິຖຸນາເປັນຕົ້ນມາ. ເຫດການນໍ້າຖ້ວມໃຫຍ່ຢູ່ປາກິດສະຖານມີຜູ້ເສຍຊີວິດແລ້ວ 800 ກວ່າຄົນ.
ຂະນະທີ່ທ່ານ ເຊບາສ ຊາຣີບ ນາຍົກລັດຖະມົນຕີປາກິດສະຖານ ກ່າວວ່າ: ປາກິດສະຖານເປັນໜຶ່ງໃນປະເທດທີ່ມີຄວາມສ່ຽງສູງຕໍ່ໄພທໍາມະຊາດ ແລະ ຢູ່ໃນ 10 ອັນດັບປະເທດທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງສະພາບອາກາດຫລາຍທີ່ສຸດ. ພ້ອມປະກາດວ່າ: ປາກິດສະຖານຈະສ້າງອ່າງເກັບນໍ້າເພີ່ມອີກ ເພື່ອຄວບຄຸມສະຖານະການນໍ້າຖ້ວມໃນອະນາຄົດ.
ອ້າງອີງ:
- https://apnews.com/article/pakistan-india-floods-million-affected-rescue-punjab-3800e85e1d2d743e1dd85e3f52e1ee94
- https://gulfnews.com/world/asia/pakistan/pakistan-floods-displace-250000-leave-12-million-affected-1.500248743
- https://news.sky.com/story/floods-affect-1-2-million-and-displace-nearly-250-000-in-pakistan-13419848
