ເມືອງໂຮຈີມິງເລັ່ງເພີ່ມເງິນສະໜັບສະໜູນ ຫວັງກະຕຸ້ນປະຊາຊົນມີລູກ

              ເມືອງໂຮ່ຈີມິງຂອງຫວຽດນາມວາງແຜນເພີ່ມການສະໜັບສະໜູນທາງການເງິນ ສໍາລັບຜູ້ຍິງທີ່ມີລູກ 2 ຄົນ ກ່ອນອາຍຸ 35 ປີ ຈາກປັດຈຸບັນ 3 ລ້ານດົງ ເປັນ 5 ລ້ານດົງ.

            ມະຕິຈາກສະພາປະຊາຊົນເມືອງໂຮຈີມິງລະບຸວ່າ: ແມ່ ແລະ ລູກຈາກຄອບຄົວທຸກຍາກ ແລະ ໃກ້ທຸກຍາກ ຈະໄດ້ຮັບເງິນຊ່ວຍເຫລືອ 2 ລ້ານດົງ ສໍາລັບການເບິ່ງແຍງສຸຂະພາບລະຫວ່າງຖືພາ ແລະ ການກວດເດັກເກີດໃໝ່.

            ສໍານັກງານສະຖິຕິແຫ່ງຊາດຫວຽດນາມລາຍງານວ່າ: ເມືອງໂຮ່ຈີມິງມີອັດຕາການຈະເລີນພັນຕໍ່າທີ່ສຸດໃນປະເທດ ໃນອັດຕາເດັກ 1.43 ຄົນຕໍ່ຜູ້ຍິງ 1 ຄົນ ເຊິ່ງຕໍ່າກວ່າລະດັບທົດແທນທີ່ເດັກ 2.1 ຄົນຕໍ່ຜູ້ຍິງ 1 ຄົນ ເພື່ອຮັກສາສະຖຽນລະພາບທາງປະຊາກອນ.