ເກີດແຜ່ນດິນໄຫວ 6.0 ຣິກເຕີ ຢູ່ອັບການິດສະຖານ ມີຜູ້ເສຍຊີວິດ 600 ກວ່າຄົນ

           ກະຊວງພາຍໃນຕາລີບັນ ລາຍງານວ່າມີຜູ້ເສຍຊີວິດແລ້ວ 622 ຄົນ ແລະ ບາດເຈັບ 1,500 ກວ່າຄົນ ຈາກແຜ່ນດິນໄຫວຂະໜາດ 6.0 ຣິກເຕີ ທີ່ເກີດຂຶ້ນຢູ່ທາງຕາເວັນອອກຂອງອັບການິດສະຖານ ເມື່ອເວລາປະມານ 23:47 ໂມງ ຕາມເວລາທ້ອງຖິ່ນ.

                 ໂດຍສູນກາງແຜ່ນດິນໄຫວເກີດຂຶ້ນເລິກລົງໄປໃຕ້ພື້ນດິນປະມານ 8 ກິໂລແມັດ ຫ່າງຈາກເມືອງຈາລາລາບັດ ເມືອງໃຫຍ່ອັນດັບ 5 ຂອງປະເທດໃນແຂວງນັນກາຮາ ທາງຕາເວັນອອກຂອງອັບການິດສະຖານປະມານ 27 ກິໂລແມັດ.

              ຂະນະທີ່ແຮງສັ່ນສະເທືອນຮູ້ສຶກໄດ້ໄກເຖິງແຂວງຄູນາ ແລະ ນະຄອນຫລວງກາບູນ ທີ່ຢູ່ຫ່າງໄປ 140 ກິໂລແມັດ ແລະ ນະຄອນຫລວງອິສລາມາບັດ ຂອງປາກິດສະຖານ.

              ໃນຈໍານວນຜູ້ເສຍຊີວິດ ພົບວ່າສ່ວນຫລາຍພົບຢູ່ແຂວງຄູນາ ເຊິ່ງເບື້ອງຕົ້ນພົບວ່າມີເຮືອນຈໍານວນບໍ່ໜ້ອຍພັງລົງມາ ແລະ ໄດ້ຮັບຄວາມເສຍຫາຍ, ແຕ່ການປະເມີນຄວາມເສຍຫາຍໃນພື້ນທີ່ຫ່າງໄກຍັງເຮັດໃຫ້ຍາກ ໂດຍການຊ່ວຍເຫລືອຜູ້ປະສົບໄພ ແລະ ຂຸດຄົ້ນຫາຜູ້ລອດຊີວິດຍັງເປັນໄປຢ່າງຍາກລໍາບາກເຊັ່ນກັນ. ຂະນະທີ່ຍັງມີລາຍງານອາບເຕີຊ໊ອກເກີດຂຶ້ນເປັນໄລຍະ.

              ຢູ່ໂຮງໝໍໃນເມືອງອາຊາດາບັດ ເມືອງເອກຂອງແຂວງຄູນາ ເຕັມໄປດ້ວຍຜູ້ໄດ້ຮັບບາດເຈັບຈາກແຜ່ນດິນໄຫວທີ່ຖືກສົ່ງເຂົ້າໄປປິ່ນປົວຢ່າງຕໍ່ເນື່ອງ ເຊັ່ນດຽວກັບຢູ່ໂຮງໝໍຫລັກໃນແຂວງນັນກາຮາ ມີຜູ້ບາດເຈັບຖືກສົ່ງເຂົ້າປິ່ນປົວແລ້ວ 250 ກວ່າຄົນ.

ອ້າງອີງ:

https://www.bbc.com/news/live/cy8kkxxxj3xt