ນະຄອນຫລວງປັກກິ່ງເລັ່ງສ້າງ ໂຮງງານ 5G ຢ່າງໜ້ອຍ 20 ແຫ່ງ ພາຍໃນ 2027

ສໍານັກງານເສດຖະກິດ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານນະຄອນຫລວງປັກກິ່ງ ຮ່ວມກັບສໍານັກງານບໍລິຫານການສື່ສານນະຄອນຫລວງປັກກິ່ງ ອອກແຜນເລັ່ງບູລະນະເຄືອຂ່າຍສັນຍານ 5G ແລະ ອິນເຕີເນັດອຸດສາຫະກໍາ ເຊິ່ງຕັ້ງເປົ້າໝາຍກໍ່ສ້າງໂຮງງານ 5G ຢ່າງໜ້ອຍ 20 ແຫ່ງ ພາຍໃນປີ 2027.
ແຜນພັດທະນານະວັດຕະກໍາອິນເຕີເນັດອຸດສາຫະກໍາ 5G+ (ປີ 2025-2027) ຂອງນະຄອນຫລວງປັກກິ່ງ ລະບຸການຈັດຕັ້ງເຄືອຂ່າຍ 5G ສະເພາະອຸດສາຫະກໍາຢ່າງໜ້ອຍ 50 ແຫ່ງ ແລະ ເພີ່ມຜູ້ໃຫ້ບໍລິການປະຍຸກໃຊ້ 5G ສະເພາະອຸດສາຫະກໍາແບບຄົບວົງຈອນອີກ 50 ແຫ່ງ.
ເທດສະບານນະຄອນຫລວງປັກກິ່ງຈະໃຫ້ຄວາມສໍາຄັນຕໍ່ການເພີ່ມປະສິດທິພາບການຄວບຄຸມຂອງເຄືອຂ່າຍສັນຍານ 5G ໃນພື້ນທີ່ການຜະລິດຕົ້ນຕໍ ແລະ ພື້ນທີ່ທີ່ມີບໍລິສັດຢູ່ໜາແໜ້ນ, ພ້ອມຕິດຕັ້ງເຄືອຂ່າຍສັນຍານ 5G ສ່ວນບຸກຄົນທາງອຸດສາຫະກໍາ ແລະ 5G-ແອດວານ (5G-A).
ສ່ວນກຸ່ມບໍລິສັດຊັ້ນນໍາໃນຂະແໜງທຸລະກິດຕ່າງໆເຊັ່ນ: ເອເລັກໂຕຣນິກ, ຍານພາຫະນະ, ອຸປະກອນ ແລະ ເຄມີພັນ ຈະຂັບເຄື່ອນການສ້າງໂຮງງານ 5G.
ນອກຈາກນີ້, ເທດສະບານນະຄອນຫລວງປັກກິ່ງຈະສົ່ງເສີມນະວັດຕະກໍາເຕັກໂນໂລຊີດ້ວຍການທົດລອງປະຍຸກໃຊ້ 5G ໃນການຜະລິດທາງອຸດສາຫະກໍາ, ຍານພາຫະນະເຊື່ອມຕໍ່ ແລະ ການເບິ່ງແຍງສຸຂະພາບ. ອີກທັງວາງແຜນເດີນໜ້າການວິໄຈ ແລະ ນໍາໃຊ້ສັນຍານ 6G ຂັ້ນຕົ້ນໃນຂະແໜງອຸດສາຫະກໍາ.

