ຫາລືສຶກສາຄວາມເປັນໄປໄດ້ການພັດທະນາພະລັງງານສະອາດ ຢູ່ ສປປ ລາວ

ຫາລືສຶກສາຄວາມເປັນໄປໄດ້ການພັດທະນາພະລັງງານສະອາດ ຢູ່ ສປປ ລາວ

ກອງປະຊຸມປຶກສາຫາຄວາມເປັນໄປໄດ້ກ່ຽວກັບ ການພັດທະນາພະລັງງານ ໄຮໂດຣເຈນຂຽວ ແລະ ແອມໂມເນຍຂຽວ ຢູ່ ສປປ ລາວ ໄດ້ຈັດຂຶ້ນວັນທີ 21 ກໍລະກົດ 2023, ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາພະລັງງານ ແກ໊ສ ສີຂຽວ ເປັນມິດກັບສິ່ງແວດລ້ອມ ໃນ ສປປ ລາວ, ພັດທະນາຂົງເຂດການຮ່ວມມືກັນທາງດ້ານພະລັງງານກໍຄືພະລັງງານທາງເລືອກທີ່ມີບົດບາດສໍາຄັນເຂົ້າໃນ…

ແລກປ່ຽນຂໍ້ມູນ ແລະ ສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ເພື່ອໃຫ້ພາກທຸລະກິດລາວ-ຈີນ ໄດ້ຮັບຜົນປະໂຫຍດສູງສຸດ

ແລກປ່ຽນຂໍ້ມູນ ແລະ ສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ເພື່ອໃຫ້ພາກທຸລະກິດລາວ-ຈີນ ໄດ້ຮັບຜົນປະໂຫຍດສູງສຸດ

ເພື່ອເປັນການແລກປ່ຽນຂໍ້ມູນ ແລະ ສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ໃຫ້ມີການພົວພັນຊຸກຍູ້ເຊິ່ງກັນ ແລະ ກັນ, ເປັນຕົ້ນຂະແໜງອຸດສາຫະກໍາການຄ້າ, ການລົງທຶນ, ເຂດນິຄົມອຸດສາຫະກໍາເຂດທີ່ສາມາດລົງທຶນຕາມເສັ້ນທາງລົດໄຟລາວ-ຈີນ ແລະ ອື່ນໆ ເພື່ອໃຫ້ພາກທຸລະກິດລາວ-ຈີນ ໄດ້ຮັບຜົນປະໂຫຍດສູງສຸດ. ວັນທີ 21 ກໍລະກົດ 2023 ທີ່ຫ້ອງວ່າການນະຄອນຫລວງ…

ຫາລືສ້າງຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ

ຫາລືສ້າງຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ

ວັນທີ 21 ກໍລະກົດ 2023, ພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ, ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະສ້າງຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ ເພື່ອຄົ້ນຄວ້າ, ລະດົມຄໍາເຫັນໃສ່ຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ…

ກົມຄຸ້ມຄອງເງິນຕາຕ່າງປະເທດ ເຜີຍແຜ່ຄຳສັ່ງ ເລກທີ 10/ນຍ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາ ແນໃສ່ແກ້ໄຂສະພາບອັດຕາເງິນເຟີ້

ກົມຄຸ້ມຄອງເງິນຕາຕ່າງປະເທດ ເຜີຍແຜ່ຄຳສັ່ງ ເລກທີ 10/ນຍ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາ ແນໃສ່ແກ້ໄຂສະພາບອັດຕາເງິນເຟີ້

ວັນທີ 21 ກໍລະກົດ 2023, ກົມຄຸ້ມຄອງເງິນຕາຕ່າງປະເທດ ທະນາຄານແຫ່ງ ສປປ ລາວ ໄດ້ດຳເນີນການເຜີຍແຜ່ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ, ເພື່ອເຮັດໃຫ້ການຄຸ້ມຄອງເງິນຕາຕ່າງປະເທດເຂົ້າສູ່ລະບົບ ແນໃສ່ແກ້ໄຂສະພາບອັດຕາເງິນເຟີ້, ມີທ່ານ ວັດທະນາ ຊານຸບານ  ຮອງຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ ພ້ອມພາກສ່ວນກ່ຽວຂ້ອງ ແລະ ບັນດາທະນາຄານທຸລະກິດເຂົ້າຮ່ວມຟັງ. ທ່ານ…

6 ເດືອນຕົ້ນປີ 2023 ແຂວງອັດຕະປື ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 308 ຕື້ກວ່າກີບ

6 ເດືອນຕົ້ນປີ 2023 ແຂວງອັດຕະປື ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 308 ຕື້ກວ່າກີບ

ວັນທີ 17 ກໍລະກົດ 2023, ພະແນກການເງິນ ແຂວງ ອັດຕະປື ໄດ້ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ຊຸກຍູ້ລາຍລາຍຮັບ, ເກັບກູ້ໜີ້ສິນ ແລະ ເກັບກໍາຂໍ້ມູນ, ສໍາຫລວດຖານລາຍຮັບຖານລາຍຮັບໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2023,…

ເຈົ້າຄອງນະຄອນຫລວງ ຊີ້ນຳໃຫ້ຄະນະຄຸ້ມຄອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ເພີ່ມທະວີເຂັ້ມງວດການປະຕິບັດວິໃນດ້ານການເງິນ

ເຈົ້າຄອງນະຄອນຫລວງ ຊີ້ນຳໃຫ້ຄະນະຄຸ້ມຄອງດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ເພີ່ມທະວີເຂັ້ມງວດການປະຕິບັດວິໃນດ້ານການເງິນ

ວັນທີ 18 ກໍລະກົດ 2023, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ (ນວ) ໄດ້ລົງພົບປະ ແລະ ເຮັດວຽກກັບຄະນະຄຸ້ມຄອງ ດ່ານສາກົນສິນຄ້າທ່າບົກທ່າ ນາແລ້ງ ທີ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນວ, ເຊິ່ງ ທ່ານ ມີຄໍາເຫັນຊີ້ນໍາບາງດ້ານໃຫ້ຄະນະຄຸ້ມຄອງດ່ານເພີ່ມທະວີມາດຕະການທີ່ເຂັ້ມງວດເດັດຂາດໃນການປະຕິບັດລະບຽບກົດໝາຍ…

ຂະແໜງການເງິນ ຫັນວຽກງານລວມສູນລາຍຮັບ ແລະ ຄຸ້ມຄອງລາຍຮັບໃຫ້ເປັນທັນສະໄໝ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

ຂະແໜງການເງິນ ຫັນວຽກງານລວມສູນລາຍຮັບ ແລະ ຄຸ້ມຄອງລາຍຮັບໃຫ້ເປັນທັນສະໄໝ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ

ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ລາຍງານໃນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງການເງິນ ສະໄໝທີ III ທີ່ຈັດຂຶ້ນວັນທີ 13-15 ກໍລະກົດ 2023 ວ່າ: ໄລຍະປີ (2021-2023), ອົງຄະນະພັກກະຊວງການເງິນ ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ດ້ານວຽກງານວິຊາສະເພາະຕາມພາລະບົດບາດ, ຂອບເຂດສິດເປັນຕົ້ນ…

ສ່ວຍສາອາກອນແຂວງຄຳມ່ວນ ວາງ 12 ມາດຕະການ ຕ້ານການຮົ່ວໄຫລດ້ານງົບປະມານ ເພື່ອແກ້ໄຂ ຄວາມຫຍຸ້ງຍາກເສດຖະກິດ-ການເງິນ

ສ່ວຍສາອາກອນແຂວງຄຳມ່ວນ ວາງ 12 ມາດຕະການ ຕ້ານການຮົ່ວໄຫລດ້ານງົບປະມານ ເພື່ອແກ້ໄຂ ຄວາມຫຍຸ້ງຍາກເສດຖະກິດ-ການເງິນ

ທ່ານ ເກດສະກັນ ແສງປະດິດ ຫົວໜ້າສ່ວຍສາອາກອນ ແຂວງຄຳມ່ວນ ໃຫ້ສຳພາດວັນທີ 12 ກໍລະກົດ 2023 ຜ່ານມາວ່າ: ແຂວງຄຳມ່ວນແມ່ນແຂວງໜຶ່ງທີ່ລັດຖະບານທົດລອງຫັນເປັນແຂວງເກີນດຸນ ແລະ ກຸ້ມຕົນເອງທາງດ້ານງົບປະມານ, ເຊິ່ງໃນປີ2023 ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 947 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດໄລຍະ 6 ເດືອນຕົ້ນປີ…

6 ເດືອນຕົ້ນປີ ດ່ານສາກົນພູເກືອ ເກັບລາຍຮັບໄດ້ 31 ຕື້ກວ່າກີບ

6 ເດືອນຕົ້ນປີ ດ່ານສາກົນພູເກືອ ເກັບລາຍຮັບໄດ້ 31 ຕື້ກວ່າກີບ

ວັນທີ 12 ກໍລະກົດ 2023, ຄະນະຄຸ້ມຄອງດ່ານສາກົນພູເກືອ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023, ທ່ານ ພັນເອກ ໂພໄຊ ສຸລິວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນພູເກືອ ເປັນປະທານ…

ຜູ້ປະກອບການທຸລະກິດຈຳນວນຫລາຍ ຍັງບໍ່ໃຫ້ຄວາມຮ່ວມມື ແຈ້ງດຳເນີນການຂໍຂຶ້ນປ້າຍໂຄສະນາ

ຜູ້ປະກອບການທຸລະກິດຈຳນວນຫລາຍ ຍັງບໍ່ໃຫ້ຄວາມຮ່ວມມື ແຈ້ງດຳເນີນການຂໍຂຶ້ນປ້າຍໂຄສະນາ

ໃນວັນທີ 13 ກໍລະກົດ 2023 ນີ້, ທ່ານ ຄູນມີ ລາດຊະພົນ ຫົວໜ້າຫ້ອງການຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃຫ້ສຳພາດຕໍ່ສຳນັກຂ່າວສານປະເທດລາວ ກ່ຽວກັບການຄວບຄຸມປ້າຍ ແລະ ອານຸຍາດການອອກປ້າຍໂຄສະນາ ພາຍໃນເມືອງໄຊທານີ ວ່າ:…