ສ່ວຍສາອາກອນແຂວງຄຳມ່ວນ ວາງ 12 ມາດຕະການ ຕ້ານການຮົ່ວໄຫລດ້ານງົບປະມານ ເພື່ອແກ້ໄຂ ຄວາມຫຍຸ້ງຍາກເສດຖະກິດ-ການເງິນ

ທ່ານ ເກດສະກັນ ແສງປະດິດ ຫົວໜ້າສ່ວຍສາອາກອນ ແຂວງຄຳມ່ວນ ໃຫ້ສຳພາດວັນທີ 12 ກໍລະກົດ 2023 ຜ່ານມາວ່າ: ແຂວງຄຳມ່ວນແມ່ນແຂວງໜຶ່ງທີ່ລັດຖະບານທົດລອງຫັນເປັນແຂວງເກີນດຸນ ແລະ ກຸ້ມຕົນເອງທາງດ້ານງົບປະມານ, ເຊິ່ງໃນປີ2023 ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 947 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດໄລຍະ 6 ເດືອນຕົ້ນປີ ສາມາດຈັດຕັ້ງປະຕິບັດໄດ້ 675 ຕື້ກວ່າກີບ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ436 ຕື້ກີບ, ສຳລັບທິດທາງແຜນການໃນ 6 ເດືອນທ້າຍປີ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 475 ຕື້ກີບ ຄາດຄະໝົດປີ ໃຫ້ບັນລຸ 1.220 ຕື້ກີບ ຫລື ເທົ່າກັບ 125,25% ຂອງແຜນການປີ.
ເພື່ອບັນລຸເປົ້າຕາມໝາຍດັ່ງກ່າວ ສ່ວຍສາອາກອນແຂວງ ຈະປະຕິບັດບາງມາດຕະການຄື: ສືບຕໍ່ປະສານສົມທົບ ກັບ ບັນດາກົມ, ພະແນກການ, ຂະແໜງການກ່ຽວຂ້ອງ ເພື່ອເກັບກຳສະຖິຕິພື້ນຖານວິສາຫະກິດຄືນໃໝ່, ປະຖົມນິເທດລະບຽບກົດໝາຍ ໃຫ້ຫົວໜ່ວຍຈຸນລະວິສາຫະກິດທີ່ມີລາຍຮັບເກີນ 400 ລ້ານກີບຕໍ່ປີ ເຂົ້າໃນລະບົບອາກອນມູນຄ່າເພີ່ມໃຫ້ສຳເລັດ, ສືບຕໍ່ຄຸ້ມຄອງ ແລະ ຈັດເກັບລາຍຮັບຈາກການສົ່ງອອກຊັບພະຍາກອນແຮ່ທາດ ແລະ ບັນດາບໍລິສັດ ທີ່ສະຫນອງການບໍລິການຕ່າງໆ, ເລັ່ງທວງໜີ້ສິນຕາມບົດບັນທຶກຂອງອົງການກວດສອບ ພ້ອມທັງເລັ່ງທວງໜີ້ຄ້າງມອບ ຈາກຄ່າເຊົ່າ, ຄ່າສຳປະທານ ທີ່ຍັງຄ້າງຊຳລະສະສາງ ຈາກໂຄງການຕ່າງໆ, ລົງກວດກາບັນດາວິສາຫະກິດທີ່ນຳໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການອອກອະນຸຍາດນຳໃຊ້ ເພຶ່ອເຊື່ອມກັບລະບົບ TAXRIS ຕາມນິຕິກຳທີ່ໄດ້ກຳນົດໄວ້ ແລະອື່ນໆທີ່ກ່ຽວຂ້ອງ, ເພື່ອຕ້ານການຮົ່ວໄຫລຂອງລາຍຮັບງົບປະມານ ຕາມຄຳສັ່ງສະບັບເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລ ຂອງລາຍຮັບງົບປະມານແຫ່ງລັດ ແລະ ຕິດພັນກັບວາລະແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະແມ່ນ 12 ມາດຕະການຈັດຕັ້ງປະຕິບັດຂອງສ່ວຍສາອາກອນປະຈຳແຂວງຄຳມ່ວນກຳນົກອອກ.
ຂ່າວ: ແຂວງຄຳມ່ວນ

