6 ເດືອນຕົ້ນປີ 2023 ແຂວງອັດຕະປື ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 308 ຕື້ກວ່າກີບ

ວັນທີ 17 ກໍລະກົດ 2023, ພະແນກການເງິນ ແຂວງ ອັດຕະປື ໄດ້ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ຊຸກຍູ້ລາຍລາຍຮັບ, ເກັບກູ້ໜີ້ສິນ ແລະ ເກັບກໍາຂໍ້ມູນ, ສໍາຫລວດຖານລາຍຮັບຖານລາຍຮັບໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2023, ໂດຍການເປັນປະທານຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື.
ທ່ານ ຄຳເຜີຍ ໂສມຖາວອນ ຫົວໜ້າພະແນກການເງິນແຂວງອັດຕະປື ລາຍງານວ່າ: ໄລຍະ 6 ເດືອນຜ່ານມາ ຄະນະຊຸກການຈັດເກັບລາຍຮັບເຂົ້າງົບປະມານແຕ່ລະຂັ້ນໄດ້ເອົາໃຈໃສ່ຊຸກຍູ້ເລັ່ງທວງເກັບກູ້ໜີ້ສິນ ທີ່ຍັງຄ້າງນໍາຫົວໜ່ວຍຜູ້ປະກອບການ, ບໍລິສັດ ແລະ ບັນດາໂຄງການລົງທຶນຕ່າງໆ ພ້ອມທັງເກັບກໍາຂໍ້ມູນ, ສໍາຫລວດຖານລາຍຮັບຖານລາຍຮັບທີ່ເກີດຂຶ້ນໃໝ່, ເຊິ່ງສາມາດຈັດເກັບລາຍຮັບໄດ້ທັງໝົດ 308 ຕື້ກວ່າກີບ, ເທົ່າກັບ 55,95% ຂອງແຜນການປີ, ທຽບໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 237%, ອັນທີ່ພົ້ນເດັ່ນລາຍຮັບຂອງແຂວງ ປະຕິບັດໄດ້ທັງໝົດ 269 ຕື້ກວ່າກີບ, ເທົ່າກັບ 58,46% ຂອງເເຜນການປີ ແລະ ມາຮອດວັນທີ 12 ກໍລະກົດ 2023 ປະຕິບັດລາຍຮັບໄດ້ເພີ່ມຂື້ນເປັນ 333 ຕື້ກວ່າກີບ ຫລື ເທົ່າກັບ 72,20% ຂອງແຜນການປີ. ໃນນີ້, ລາຍຮັບພູດສູນກາງ ມີ 38 ຕື້ກວ່າກີບ, ເທົ່າກັບ 42,96% ຂອງແຜນການປີ,ເຊິ່ງພາສີປະຈໍາແຂວງ ປະຕິບັດໄດ້ 5 ຕື້ກວ່າກີບເທົ່າກັບ 119,07% ຂອງແຜນການປີ, ດ່ານພາສີສາກົນພູເກືອ ປະຕິບັດໄດ້ 32 ຕື້ກວ່າກີບ, ເທົ່າກັບ 39,75% ຂອງແຜນການປີ, ສ່ວນລາຍຮັບທ້ອງຖິ່ນ ປະຕິບັດໄດ້ 269 ຕື້ກວ່າກີບ, ເທົ່າກັບ 58,46% ຂອແຜນການປີ, ເຊິ່ງມີລາຍຮັບຈາກສ່ວຍສາອາກອນ ປະຕິບັດໄດ້ 148 ຕື້ກວ່າກີບ, ເທົ່າກັບ 62,22% ຂອງແຜນການປີ, ຮັບຈາກຊັບສິນຂອງລັດ ປະຕິບັດໄດ້ 121 ຕື້ກວ່າກີບ, ເທົ່າກັບ 52,66% ຂອງແຜນການປີ, ລາຍຮັບງົບປະມານ 5 ຕົວເມືອງ ປະຕິບັດໄດ້ 39 ຕື້ກວ່າກີບ, ເທົ່າກັບ 48,87% ຂອງແຜນການປີ ແລະ ເຄື່ອນຍ້າຍໃຫ້ສູນກາງ ມີ 61 ຕື້ກວ່າກີບ, ເທົ່າກັບ 24,33% ຂອງແຜນການປີ.
ນອກນີ້, ຍັງມີລາຍຈ່າຍໃນ 6 ເດືອນຜ່ານມາ ປະຕິບັດໄດ້ທັງໝົດ 213 ຕື້ກວ່າກີບ, ເທົ່າກັບ 71,47% ຂອງແຜນການປີ, ເຊິ່ງສາມາດຈ່າຍເງິນເດືອນ,ເງິນນະໂຍບາຍ, ເງິນບໍລິຫານ, ເງິນດັດສົມ-ສົ່ງເສີມ ແລະ ເງິນລົງທຶນ ໄດ້ໂດຍພື້ນຖານ.
