ແລກປ່ຽນຂໍ້ມູນ ແລະ ສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ເພື່ອໃຫ້ພາກທຸລະກິດລາວ-ຈີນ ໄດ້ຮັບຜົນປະໂຫຍດສູງສຸດ

ເພື່ອເປັນການແລກປ່ຽນຂໍ້ມູນ ແລະ ສົ່ງເສີມການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ໃຫ້ມີການພົວພັນຊຸກຍູ້ເຊິ່ງກັນ ແລະ ກັນ, ເປັນຕົ້ນຂະແໜງອຸດສາຫະກໍາການຄ້າ, ການລົງທຶນ, ເຂດນິຄົມອຸດສາຫະກໍາເຂດທີ່ສາມາດລົງທຶນຕາມເສັ້ນທາງລົດໄຟລາວ-ຈີນ ແລະ ອື່ນໆ ເພື່ອໃຫ້ພາກທຸລະກິດລາວ-ຈີນ ໄດ້ຮັບຜົນປະໂຫຍດສູງສຸດ.

ວັນທີ 21 ກໍລະກົດ 2023 ທີ່ຫ້ອງວ່າການນະຄອນຫລວງ ວຽງຈັນ (ນວ), ທ່ານ ຫວງປົວເຊີງ ເລຂາທິການໃຫ່ຍ ສະຖາບັນຄົ້ນຄວ້າເສດຖະກິດ ແລະ ວັດທະນະທໍາຈີນ-ອາຊຽນ ໄດ້ນໍາພານັກທຸລະກິດ ແລະ ວິສາຫະກິດຈີນໃນຫລາຍຂະແໜງການ ເຂົ້າພົບປະທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ.

ໂອກາດນີ້, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ລາຍງານສະພາບການພັດທະນາ ແລະ ການລົງທຶນຢູ່ ນວ ວ່າ:  ເພື່ອເປັນທິດທາງໃນການປຶກສາຫາລືການຮ່ວມມືດ້ານຂົງເຂດຕ່າງໆເປັນຕົ້ນ: ດ້ານກະສິກໍາ, ການທ່ອງທ່ຽວ, ການຮັກສາສິ່ງແວດລ້ອມ, ການສຶກສາ ການດັດແປງເຄື່ອຂ່າຍໄຟຟ້ານະຄອນຫລວງວຽງຈັນ, ເຕັກນິກວິທະຍາສາດລະດັບສູງ ແລະ ການຂົນສົ່ງ. ນອກນີ້, ຍັງໄດ້ແລກປ່ຽນກ່ຽວກັບການບໍາບັດນໍ້າເປື້ອນ ລວມໄປເຖິງການຈໍາກັດຂີ້ເຫຍື້ອ ແລະ ອື່ນໆ.

ພ້ອມນີ້, ບັນດານັກທຸລະກິດ ແລະ ວິສາຫະກິດຈີນໄດ້ສະເໜີການຮ່ວມມືດ້ານຊີວະສາດ ໂດຍສະເພາະການຮັກສາຊີວະນາໆພັນເປັນການປົກປ້ອງຊີວະຕ່າງໆ ສະເໜີຫາຄູ່ຮ່ວມມືບໍາບັດນໍ້າເປື້ອນ ແລະ ການຮ່ວມທຶນດ້ານການຂົນສົ່ງຕື່ມອີກ.