ຫາລືສຶກສາຄວາມເປັນໄປໄດ້ການພັດທະນາພະລັງງານສະອາດ ຢູ່ ສປປ ລາວ

ກອງປະຊຸມປຶກສາຫາຄວາມເປັນໄປໄດ້ກ່ຽວກັບ ການພັດທະນາພະລັງງານ ໄຮໂດຣເຈນຂຽວ ແລະ ແອມໂມເນຍຂຽວ ຢູ່ ສປປ ລາວ ໄດ້ຈັດຂຶ້ນວັນທີ 21 ກໍລະກົດ 2023, ເພື່ອສຶກສາຄວາມເປັນໄປໄດ້ໃນການພັດທະນາພະລັງງານ ແກ໊ສ ສີຂຽວ ເປັນມິດກັບສິ່ງແວດລ້ອມ ໃນ ສປປ ລາວ, ພັດທະນາຂົງເຂດການຮ່ວມມືກັນທາງດ້ານພະລັງງານກໍຄືພະລັງງານທາງເລືອກທີ່ມີບົດບາດສໍາຄັນເຂົ້າໃນ ເສດຖະກິດ-ສັງຄົມ. ນອກນີ້, ຍັງຖືໄດ້ວ່າເປັນໂຄງການສຶກສາ ແລະ ຄົ້ນຄວ້າຂອງການຫັນປ່ຽນພະລັງງານໃນຮູບແບບໃໝ່ ແລະ ເປັນພະລັງງານທີ່ມີຄວາມສະອາດ, ຕາມແນວທາງນະໂຍບາຍຂອງພັກ-ລັດ ກໍຄືແຜນພັດທະນາ ເສດຖະກິດ-ສັງຄົມຂອງຂະແໜງພະລັງງານ ແລະ ບໍ່ແຮ່.

ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ປັດຈຸບັນພວກເຮົາແມ່ນຢູໃນຍຸກຂອງການຫັນປ່ຽນເປັນພະລັງງານສີຂຽວ (GX: Green Transformation), ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ, ນີ້ແມ່ນເປັນການຫັນປ່ຽນໄປສູ່ສັງຄົມທີ່ຫລຸດຜ່ອນການປ່ອຍທາດອາຍອາບອນ (Decarbonized). ທີ່ເກີດຂຶ້ນຈາກການນໍາໃຊ້ນໍ້າມັນເຊື້ອໄຟຟອດຊິວ, ອາຍແກັສ ທໍາມະຊາດ ແລະ ຖ່ານຫີນ, ເຊິ່ງເປັນແຫລ່ງພະລັງງານທີ່ນິຍົມກັນໃຊ້ຢ່າງແພ່ຫລາຍໃນທົ່ວໂລກ. ສະນັ້ນ, ການຫັນປ່ຽນເປັນພະລັງງານສະອາດ, ພະລັງງານທົດແທນຈຶ່ງເປັນທາງເລືອກໃນການຜະລິດພະລັງງານ ໄຮໂດຣເຈນ ແລະ ແອມໂມເນຍ.

ສປປ ລາວ ມີຄວາມພະຍາຍາມໃໝ່ທີ່ຈະສ້າງຕັ້ງອຸດສາຫະກໍາໃໝ່ ສໍາລັບການຜະລິດພະລັງງານສະອາດ ເຊັ່ນ: ໄຮໂດຣເຈນ ແລະ ແອມໂມເນຍ, ທີ່ເປັນການດຶງດູດບັນດາບໍລິສັດ ແລະ ນັກລົງທືນຜູ້ທີ່ມີຄວາມສົນໃຈທາງດ້ານອຸດສາຫະກໍາການຜະລິດພະລັງງານສະອາດທີ່ມີຊື່ສຽງທີ່ຈະເຂົ້າມາລົງທຶນພາຍໃນປະເທດ, ເປັນການສ້າງລາຍຮັບ ແລະ ວຽກເຮັດງານທໍາໃຫ້ກັບປະຊາຊົນ, ເພີ່ມລາຍຮັບຈາກພາສີ, ແລະ ຍັງມີຄວາມສົມດຸນ ແລະ ພຽງພໍທາງດ້ານພະລັງງານອີກດ້ວຍ.