ຫາລືສ້າງຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ

ວັນທີ 21 ກໍລະກົດ 2023, ພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ, ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະສ້າງຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ ເພື່ອຄົ້ນຄວ້າ, ລະດົມຄໍາເຫັນໃສ່ຮ່າງດໍາລັດວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການແຂ່ງຂັນທາງທຸລະກິດ ເປັນເວທີປຶກສາຫາລື, ແລກປ່ຽນຄໍາຄິດເຫັນ ແລະ ຮັບຟັງການລາຍງານຄວາມຈໍາເປັນໃນການສ້າງຮ່າງດໍາລັດດັ່ງກ່າວ ພ້ອມທັງສະເໜີຜ່ານຮ່າງດໍາລັດດັ່ງກ່າວ.
ພາຍຫລັງປະກອບຄໍາຄິດເຫັນຂອງບັນດາຜູ້ເຂົ້າຮ່ວມກອງປະຊຸມ ກ່ຽວກັບໂຄງຮ່າງ ແລະ ເນື້ອໃນຂອງແຕ່ລະມາດຕາຂອງຮ່າງດໍາລັດດັ່ງກ່າວ. ທາງຄະນະຮັບຜິດຊອບ ກໍຄືຄະນະກອງເລຂາ ຈະໄດ້ນຳເອົາການປະກອບຄໍາເຫັນຂອງບັນດາທ່ານ ໄປປັບປຸງເພື່ອເຮັດໃຫ້ຮ່າງດໍາລັດດັ່ງກ່າວສົມບູນຂຶ້ນ. ທາງຄະນະຮັບຜິດຊອບຍັງຈະໄດ້ສືບຕໍ່ເຮັດວຽກນໍາກະຊວງຍຸຕິທໍາ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ບັນດາທ່ານທີ່ມາຈາກຂະແໜງການອື່ນ. ຄາດວ່າຮ່າງດໍາລັດສະບັບດັ່ງກ່າວ ຈະສໍາເລັດຕາມແຜນການທີ່ວາງໄວ້ ເພື່ອຈະເປັນເຄື່ອງມືທີ່ສໍາຄັນນໍາໄປຈັດຕັ້ງປະຕິບັດຕາມພາລະບົດບາດ ແລະ ປະກອບສ່ວນເຂົ້າໃນວຽກງານການແຂ່ງຂັນທາງທຸລະກິດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ.
ກອງປະຊຸມຄັ້ງນີ້, ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ທັງເປັນປະທານຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ (ຄຂທ), ມີອົງການໄອຍະການປະຊາຊົນສູງສຸດ, ສະພາທະນາຍຄວາມ, ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

