ແມ່ຄ້າຕະຫລາດສົດຍັງບໍ່ໄດ້ຮັບການຄຸ້ມຄອງເທົ່າທີ່ຄວນ
ໄລຍະຜ່ານມາ, ລັດຖະບານລາວ ໄດ້ວາງລະບຽບການ ແລະ ນະໂຍບາຍຕ່າງໆ ເພື່ອສະໜັບສະໜູນຊາວຄ້າຂາຍຢູ່ໃນຕະຫລາດ, ໂດຍສະເພາະແມ່ຍິງລາວ. ຍ້ອນນິຕິກຳເຫລົ່ານັ້ນສ່ວນໃຫຍ່ແມ່ນຍັງຂາດການເສື່ອມສານບົດບາດຍິງ-ຊາຍ ແລະ ຍັງບໍ່ສາມາດ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ເຊັ່ນ: ຄ່າທຳນຽມ ຕະຫລາດສູງເກີນໄປ ແລະ ການລົງທະບຽນທີ່ຊັບຊ້ອນ, ຊຶ່ງນຳໄປສູ່ຄວາມສ່ຽງຕ່າງໆ. ຜ່ານການສຶກສາຄົ້ນຄ້ວາຂອງອົງການ UN Women, ທີ່ໄດ້ລາຍງານຕໍ່ກອງປະຊຸມສຳມະນາໃນຫົວຂໍ້:…
