7 ວິທີປ້ອງກັນນໍ້າຖ້ວມເຮືອນ ໃນມື້ທີ່ຝົນຕົກໜັກ
ນໍ້າຖ້ວມເຮືອນໄພຈາກທໍາມະຊາດທີ່ມາໃນເວລາຝົນຕົກໜັກ ແລະ ເຮັດໃຫ້ນໍ້າໄຫລບໍ່ທັນ ທີ່ເກີດຈາກເສດຂີ້ເຫຍື້ອ ຫລື ເສດໃບໄມ້ ໄປຕັນທໍລະບາຍນໍ້າ ຈຶ່ງມີຄວາມສ່ຽງທີ່ຈະເກີດນໍ້າຖ້ວມໄດ້ຕະຫລອດເວລາ, ເຊິ່ງຈະເຮັດໃຫ້ເກີດຄວາມເສຍຫາຍຕໍ່ຊັບສິນພາຍໃນເຮືອນ ລວມໄປເຖິງໂຄງສ້າງເຮືອນທີ່ຈະໄດ້ຮັບຜົນກະທົບດ້ວຍເຊັ່ນກັນ, ດັ່ງນັ້ນ ພວກເຮົາຈຶ່ງນໍາເອົາວິທີຮັບມືເພື່ອບໍ່ໃຫ້ເກີດບັນຫານໍ້າຖ້ວມເຮືອນ ແລະ ຮັບມືກັບນໍ້າຖ້ວມໄດ້ທັນເວລາດັ່ງນີ້: ເປົາຂີ້ຊາຍ: ເປັນວິທີງ່າຍໆທີ່ເຮັດເອງໄດ້ ພຽງແຕ່ຕັກຂີ້ຊາຍໃສ່ເປົາປະມານເຄິ່ງເປົາ ແລ້ວມັດປາກເປົາໃຫ້ແໜ້ນ, ແລ້ວນໍາໄປວາງລຽນກັນເປັນແຖວສູງ…










