5 ພຶດຕິກຳທຳລາຍສະໝອງ
ໃນສັງຄົມສະໄໝນີ້ມີການປ່ຽນແປງຮູບແບບຂອງການໃຊ້ຊີວິດທີ່ຕ່າງອອກໄປຈາກເດີມຂ້ອນຂ້າງຫລາຍ ທັງພຶດຕິກຳການໃຊ້ຊີວິດປະຈຳວັນ ຫລື ແມ້ແຕ່ອາຫານການກິນ ເຊິ່ງພຶດຕິກຳບາງພຶດຕິກຳ ຫລື ອາຫານບາງຢ່າງທີ່ປ່ຽນໄປຕາມຍຸກສະໄໝນີ້ອາດກໍ່ໃຫ້ເກີດຜົນເສຍຕໍ່ສະໝອງໂດຍທີ່ເຮົາບໍ່ຮູ້ໂຕ ມື້ນີ້ທາງເພຈໄດ້ນຳເອົາ 5 ພຶດຕິກຳທຳລາຍສະໝອງມາຝາກ. ບໍ່ກິນເຂົ້າເຊົ້າ ເນື່ອງຈາກວ່າຍຸກສະໄໝເປັນຍຸກແຫ່ງເທັກໂນໂລຊີ ແລະ ການແຂ່ງຂັນ ເຮັດໃຫ້ຄົນໃນຍຸກນີ້ຕ້ອງຟ້າວຟັ່ງຕະຫຼອດເວລາເພື່ອເເຂ່ງຂັນກັບເວລາ ຈຶ່ງເຮັດໃຫ້ເຂົ້າເຊົ້າຖືກເບິ່ງຂ້າມໄປ ຄົນດື່ມກາເຟແທນເຂົ້າເຊົ້າກັນຫລາຍ ຫລື ບາງຄົນບໍ່ກິນຫຍັງເລີຍໃນຕອນເຊົ້າ…










