3 ວິທີຫາທາງຫລຸດຄວາມເຄັ່ງຄຽດດ້ວຍຕົນເອງ ຈາກຈິດຕະແພດຍີ່ປຸ່ນ.

ຄວາມເຄັ່ງຄຽດຂອງແຕ່ລະຄົນບໍ່ເທົ່າກັນ, ບາງຄົນເຄັ່ງຄຽດງ່າຍ ແລະ ເຄັ່ງຄຽດດົນ, ບາງຄົນເຄັ່ງຄຽດແຕ່ສາມາດຈັດການຄວາມເຄັ່ງຄຽດໄດ້ດີ ທັງນີ້ຄວາມເຄັ່ງຄຽດທີ່ສະສົມເປັນເວລາດົນສົ່ງຜົນຮ້າຍຕໍ່ສຸຂະພາບກາຍ ແລະ ໃຈ. ມາຮູ້ຈັກວິທີຈັດການຄວາມເຄັ່ງຄຽດເພື່ອໃຫ້ດຳລົງຊີວິດຢ່າງມີຄວາມສຸກໃນໂລກປັດຈຸບັນຈາກທ່ານໝໍນັກວິໄຈສັນຊາດຍີ່ປຸ່ນ ທ່ານໝໍ Mai Minami ກັນເລີຍ.

ຫລັກຈິດຕະວິທະຍາສຳຄັນໃນການຈັດການກັບຄວາມເຄັ່ງຄຽດ ທ່ານໝໍ Mai Minami ໄດ້ອະທິບາຍວ່າຫລັກສຳຄັນໃນການຈັດການກັບຄວາມເຄັ່ງຄຽດຂອງຄົນເຮົາ ແມ່ນ ຄວາມເຂັ້ມແຂງໃນການເບິ່ງໂລກ (Sense of Coherence) ເຊິ່ງເປັນແນວຄິດຂອງ ດຣ. Aaron Antonovsky ນັກສັງຄົມວິທະຍາ (Sociologist) ສັນຊາດອາເມລິກາອິສຣະແອລ ທີ່ສົນໃຈສຶກສາກ່ຽວກັບຄວາມສຳພັນລະຫ່ວາງຄວາມເຄັ່ງຄຽດ, ສຸຂະພາບ ແລະ ສຸຂະສະພາວະ ໂດຍຄວາມເຂັ້ມແຂງໃນການເບິ່ງໂລກໝາຍເຖິງຄວາມສາມາດຂອງບຸກຄົນໃນການພະເຊີນບັນຫາທີ່ເກີດຂຶ້ນໄດ້ຢ່າງເໝາະສົມ ເຊິ່ງຈະສົ່ງຜົນໃຫ້ບຸກຄົນນັ້ນສາມາດແກ້ບັນຫາໄດ້ຢ່າງມີປະສິດທິພາບ ເຊິ່ງປະກອບດ້ວຍຫລັກການ 3 ປະການ ຄື :

  1. ຄວາມສາມາດໃນການເຂົ້າໃຈສະຖານະການ : ຄວາມຮູ້ສຶກເຂົ້າໃຈໃນສະຖານະການທີ່ເກີດຂຶນວ່າມີເຫດມີຜົນ, ມີຄວາມສອດຄ່ອງກັນ ແລະ ພິຈາລະນາວ່າສິ່ງທີ່ເກີດຂຶ້ນສາມາດອະທິບາຍໄດ້.
  2. ຄວາມສາມາດໃນການຈັດການ : ການຮູ້ສຶກວ່າແມ່ນແຕ່ຈະຕົກຢູ່ໃນສະຖານະການທີ່ຍາກລຳບາກ, ແຕ່ກໍມີຄວາມສາມາດໃນການແກ້ບັນຫາ ແລະ ກ້າວຕໍ່ໄປໄດ້.
  3. ຄວາມຮູ້ສຶກເຖິງການມີຄວາມໝາຍ : ການເຂົ້າໃຈວ່າທຸກສິ່ງມີຄວາມໝາຍ ລວມເຖິງຄວາມຮູ້ສຶກວ່າສິ່ງທີ່ກຳລັງເຮັດຢູ່ມີຄວາມໝາຍກັບຊີວິດ ແລະ ມີຄ່າຈາກການໃຊ້ເວລາ ແລະ ຄວາມພະຍາຍາມ.
  • ວິທີການສ້າງຄວາມເຂັ້ມແຂງໃນການເບິ່ງໂລກໃຫ້ເກີດຂຶ້ນ : ພະລັງພິເສດເພື່ອຈັດການກັບຄວາມເຄັ່ງຄຽດຂອງຄົນເຮົາບໍ່ໄດ້ມີມາຕັ້ງແຕ່ເກີດ, ແຕ່ສາມາດສ້າງໄດ້ໂດຍການຝຶກຝົນໃຫ້ເກີດຂຶ້ນ ດັ່ງນີ້ :
  1. ການລວບລວມແຫ່ລງຂໍ້ມູນ : ການລວບລວມຂໍ້ມູນໂດຍການສົນທະນາແລກປ່ຽນຄວາມຄິດກັບຜູ້ຄົນ, ການຫາຄວາມຮູ້ ແລະ ວິທີການຫລຸດຜ່ອນຄວາມເຄັ່ງຄຽດຈາກແຫ່ລງຕ່າງໆ ບໍ່ວ່າຈະເປັນການອ່ານໜັງສື, ເບິ່ງຢູທູບ ຫລື ຊ່ອງທາງອື່ນໆ ເປັນໜຶ່ງວິທີການທີ່ຈະເຮັດໃຫ້ຄົນເຮົາສາມາດຕັ້ງຮັບ ແລະ ກຳຈັດຄວາມເຄັ່ງຄຽດທີ່ອາດເກີດຂຶ້ນໄດ້.
  2. ສ້າງນິໄສການເບິ່ງແຕ່ປັດຈຸບັນ : ຄົນສ່ວນຫລາຍມັກຈະຄິດເຖິງຄວາມຜິດພາດໃນອະດີດທີ່ບໍ່ສາມາດແກ້ໄຂໄດ້ ທັງຍັງກັງວົນເຖິງສິ່ງທີ່ຍັງບໍ່ເກີດຂຶ້ນໃນອະນາຄົດ ໂດຍຫາກກັງວົນກ່ຽວກັບອະດີດ ແລະ ອະນາຄົດຫລາຍເກີນໄປ ຈະເຮັດໃຫ້ເກີດຄວາມກັງວົນ ແລະ ເຄັ່ງຄຽດຫລາຍຂຶ້ນ. ດັ່ງນັ້ນ, ຕ້ອງຝຶກໃຫ້ຄວາມສຳຄັນກັບສະຖານະການປັດຈຸບັນວ່າອັນໃດແມ່ນສິ່ງທີ່ຈຳເປັນໃນຕອນນີ້.
  3. ໃຫ້ຄວາມສຳຄັນກັບສິ່ງທີ່ກຳລັງເຮັດຢູ່ : ຄວາມຕັ້ງໃຈຈົດຈໍ່ກັບສິ່ງທີ່ໄດ້ເຮັດ ເຖິງວ່າຈະເປັນສິ່ງເລັກໆນ້ອຍໆ, ແຕ່ຫາກເຂົ້າໃຈເຖິງຄວາມສຳຄັນຂອງສິ່ງທີ່ກຳລັງເຮັດຢູ່ ກໍຈະເບິ່ງເຫັນຄວາມສຳເລັດທີ່ເກີດຂຶ້ນ ເຊິ່ງຈະເຮັດໃຫ້ຮູ້ສຶກມີຄວາມໝັ້ນໃຈ ແລະ ຮູ້ສຶກວ່າຕົນເອງແມ່ນລາງວັນຈາກການກະທຳ ໃນທາງກົງກັນຂ້າມ ຫາກເມົາແຕ່ເອົາໃຈໃສ່ກັບສິ່ງທີ່ຍັງບໍ່ໄດ້ເຮັດ ກໍຈະເຮັດໃຫ້ຮູ້ສຶກເຄັ່ງຄຽດ.
  • ປັດຈຸບັນນີ້ມີສະຖານະການທົ່ວໂລກທີ່ເຮັດໃຫ້ເກີດຄວາມເຄັ່ງຄຽດໄດ້ງ່າຍ ເຊັ່ນ : ການລະບາດຂອງພະຍາດໂຄວິດ – 19 ແລະ ຂ່າງສົງຄາມ ລວມເຖິງການພົບພໍ້ກັບຄວາມຫຍຸ້ງຍາກ, ການຝຶກຕົນເອງໃຫ້ຈັດການ ແລະ ຜ່ານພົ້ນຄວາມເຄັ່ງຄຽດໄປໄດ້ ຈະເປັນເກາະປ້ອງກັນໃຫ້ເຮົາຢູ່ໃນໂລກນີ້ໄດ້ຢ່າງມີຄວາມສຸກ ສະນັ້ນ ຈົ່ງພ້ອມກັນມາສ້າງຄວາມເຂັ້ມແຂງໃນການເບິ່ງໂລກໄປນຳກັນ.