5 ສາເຫດທີ່ເຮັດໃຫ້ຜົມຫລົ່ນ
ການປ່ຽນແປງຂອງລະດັບຮໍໂມນເຊັ່ນ: ຮໍໂມນແອນໂດຣເຈັນ (Androgens) ເຊິ່ງເປັນຮໍໂມນເພດທີ່ຜະລິດຂຶ້ນທັງຮ່າງກາຍຜູ້ຍິງ ແລະ ຜູ້ຊາຍ ໃນລະດັບຜິດປົກກະຕິ. ການຂາດໂປຣຕີນ ຖ້າຫາກຮ່າງກາຍໄດ້ຮັບໂປຣຕີນຈາກອາຫານບໍ່ພຽງພໍ. ຮ່າງກາຍກໍຈະເກັບໂປຣຕີນໄວ້ໃຊ້ຕາມອະໄວຍະວະທີ່ສຳຄັນ ຈຶ່ງນຳໂປຣຕີນໄປໃຊ້ລ້ຽງເສັ້ນຜົມໄດ້ໜ້ອຍລົງ ເຮັດໃຫ້ຂະບວນການຂອງເສັ້ນຜົມຜິດປົກກະຕິ ແລະ ຫລົ່ນງ່າຍຂຶ້ນ. ການໃຊ້ຢາບາງຊະນິດ ແລະ ໃຊ້ຢາສະຜົມທີ່ໜັກຕໍ່ຜົມ. ຢາບາງຊະນິດອາດມີຜົນຂ້າງຄຽງເຮັດໃຫ້ຜົມຫລົ່ນຊົ່ວຄາວ ເຊັ່ນ: ຢາເຄມີບຳບັດທີ່ໃຊ້ຮັກສາມະເຮັງ,…










