17 ແອັບອັນຕະລາຍ ໃນ Playstore ລະບົບ Android

ເມື່ອບໍ່ດົນມານີ້ມີຂ່າວ​ເລື້ອຍໆ​ກ່ຽວ​ກັບ​ການ​ໂຈມ​ຕີ​ໃນ​ລະ​ບົບ Android ແຕ່ເມື່ອມັນເກີດຂຶ້ນ ກໍຕ້ອງໄດ້ອອກມາແຈ້ງເຕືອນ ໂດຍລ່າສຸດ ບໍລິສັດຄວາມປອດໄພທາງໄຊເບີ Bitdefender ໄດ້ກວດພົບແອັບມັສແວ ໃນ Playstore ຫລາຍກວ່າ 17 ແອັບ, ມີຍອດຕິດຕັ້ງຫລາຍກວ່າ 2 ລ້ານຄັ້ງ

ອີງ​ຕາມ​ກົນລະຍຸດ​ມາດ​ຕະ​ຖານ​ ແອັບດັ່ງກ່າວຈະຊັກຊວນໃຫ້ຜູ້ໃຊ້ຕິດຕັ້ງ ດ້ວຍການນຳສະເໜີຄຸນສົມບັດພິເສດບາງຢ່າງ ເມື່ອພວກເຮົາຕິດຕັ້ງ ແອັບຈະປ່ຽນຊື່ ແລະ ໄອຄອນທັນທີຫລັງຈາກການຕິດຕັ້ງ ລວມທັງພະຍາຍາປິດບັງຕົນເອງ ເຮັດໃຫ້ຍາກຕໍ່ການ ຊອກຫາ ແລະ ຖອນການຕິດຕັ້ງ, ເມື່ອຜູ້ຖືກເຄາະຮ້າຍຕິດຕັ້ງແອັບເຫລົ່ານີ້ ພວກມັນສາມາດເຮັດສິ່ງຕ່າງໆດ້ວຍການປະຕິບັດຄືກັບ Adware, ພະຍາຍາມເອົາໂຄສະນາເພື່ອສະແດງຮຽກຮ້ອງຄ່ານາຍໜ້າ ແຕ່ຮ້າຍແຮງທີ່ສຸດແມ່ນການດາວໂຫລດຊອບແວອື່ນມາຕິດຕັ້ງໃນເຄື່ອງສຳລັບໃຊ້ການດັກເກັບຂໍ້ມູນ ເປີດໃຊ້ງານຟັງຊັ່ນ ຫລື ຮູ້ວ່າເຮົາກົດລະຫັດຕ່າງໆ

ຕາມທີ່ Bitdefender ອະທິບາຍໃນບົດລາຍງານ ແອັບເຫລົ່ານີ້ໃຊ້ວິທີການຕ່າງໆເພື່ອຊອກຫາວິທີທີ່ປິດບັງຕົວມັນເອງ ເຊັ່ນ:ການປ່ຽນໄອຄອນເປັນຮູບຟັນເຟືອງ ແລະ ປ່ຽນຊື່ ເປັນ “Settings” ຫລື ຕັ້ງຄ່າ ເພື່ອຫລອກລວງຜູ້ຖືກເຄາະຮ້າຍວ່າໄອຄອນນີ້ແມ່ນສ່ວນໜຶ່ງງຂອງການຕັ້ງຄ່າຂອງອຸປະກອນນີ້, ເຮັດໃຫ້ເຮົາໝັ້ນໃຈວ່າບໍ່ຄວນລຶບຖິ້ມ ຫລື ບໍ່ສາມາດເອົາອອກໄດ້

ລາຍຊື່ແອັບອັນຕະລາຍມີດັ່ງນີ້:

+ Walls light – Wallpapers Pack

+ Big Emoji – Keyboard 5.0

+ Grand Wallpapers – 3D Backdrops 2.0

+ Engine Wallpapers

+ Stock Wallpapers

+ EffectMania – Photo Editor 2.0

+ Art Filter – Deep Photoeffect 2.0

+ Fast Emoji Keyboard APK

+ Create Sticker for Whatsapp 2.0

+ Math Solver – Camera Helper 2.0

+ Photopix Effects – Art Filter 2.0

+ Led Theme – Colorful Keyboard 2.0

+ Animated Sticker Master 1.0

+ Sleep Sounds 1.0

+ Personality Charging Show 1.0

+ Image Warp Camera

+ GPS Location Finder